ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ເຫດ​ເຮືອ​ບິນ​ເຮ​ລີ​ກອບ​ເຕີ​ສົ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ເກີດ​ອຸ​ປະ​ຕິ​ເຫດ

(VOVWORLD) - ເຮືອບິນເຮລີກອບເຕີໂດຍສານທ່ານປະທານາທິບໍດີ Ebrahim Raisi ແລະ ທ່ານລັດຖະມົນຕີການຕ່າງປະເທດ Hossein Amirabdollahian ຖືກອຸປະຕິເຫດຕົກ       ໃນວັນທີ  19 ພຶດສະພາ ຢູ່ເຂດພູມສັນຖານທີ່ເປັນພູໃນສະພາບອາກາດມີໝອກປົກຄຸມເປັນຢ່າງໜາແໜ້ນ ເມື່ອຫາກໍສິ້ນສຸດການຢ້ຽມຢາມ ອາເຊັກໄບຢານ. 
ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ເຫດ​ເຮືອ​ບິນ​ເຮ​ລີ​ກອບ​ເຕີ​ສົ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ເກີດ​ອຸ​ປະ​ຕິ​ເຫດ - ảnh 1ທ່ານປະທານາທິບໍດີ ອີຣານ  Ebrahim Raisi  ໃນເຮືອບິນເຮລີກອບເຕີ ກ່ອນເກີດອຸປະຕິເຫດ (ພາບ:  AFP/TTXVN)

ວັນທີ 20 ພຶດສະພາ, ຂ່າວຈາກຜູ້ມີໜ້າທີ່ຮັບຜິດຊອບ ອີຣານ ໃຫ້ຮູ້ວ່າ ເຮືອບິນເຮລີກອບເຕີໂດຍສານທ່ານປະທານາທິບໍດີ Ebrahim Raisi ແລະ ທ່ານລັດຖະມົນຕີການຕ່າງປະເທດ Hossein Amirabdollahian ຖືກອຸປະຕິເຫດຕົກ       ໃນວັນທີ  19 ພຶດສະພາ ຢູ່ເຂດພູມສັນຖານທີ່ເປັນພູໃນສະພາບອາກາດມີໝອກປົກຄຸມເປັນຢ່າງໜາແໜ້ນ ເມື່ອຫາກໍສິ້ນສຸດການຢ້ຽມຢາມ ອາເຊັກໄບຢານ.  ພາຍຫຼັງເກີດອຸປະຕິເຫດດັ່ງກ່າວ, ປະຊາຄົມສາກົນ ໄດ້ອອກຖະແຫຼງການຕ່າງໆສະແດງການສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອປະເທດ ສາທາລະນະລັດ ອິດສະລາມ ນີ້.

              ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ລັດເຊຍ, ຕວັກກີ, ອາຣັບບີ ຊະອຸດິ, ກາຕາ, ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ອາເຊັກໄບຊານ ໃຫ້ຮູ້ວ່າ ເຂົາເຈົ້າພ້ອມແລ້ວທີ່ຈະຊ່ວຍເຫຼືອ ອີຣານ ຊອກຫາເຮືອບິນ ເຮລີກອບເຕີ, ພ້ອມທັງພາວະນາຂໍໃຫ້ບັນດາເຈົ້າໜ້າທີ່ຜູ້ໂດຍສານ ອີຣານ ປອດໄພ. ໃນນັ້ນ, ລັດເຊຍ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຊ່ວຍສືບສວນຫາສາຍເຫດທີ່ພາໃຫ້ເກີດອຸປະຕິເຫດດັ່ງກ່າວ.

              ໃນຂະນະນັ້ນ, ທ່ານ Janez Lenarcic ກຳມະການເອີຣົບ ຮັບຜິດຊອບການແກ້ໄຂວິກິດການໃຫ້ຮູ້ວ່າ ຄະນະກຳມະການໄດ້ເປີດໂປຼແກຼມການບໍລິການດາວທຽມ ເພື່ອຊ່ວຍຊອກຫາຕາມຂໍ້ສະເໜີຂອງ ອີຣານ. ກະຊວງການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ພວມຕິດຕາມຂໍ້ມູນກ່ຽວກັບເຫດການນີ້ຢ່າງໃກ້ຊິດ.

              ໄລ່ຮອດຕອນເຊົ້າວັນທີ 20 ພຶດສະພາ, ຂໍ້ມູນຂ່າວກ່ຽວກັບທ່ານປະທານາທິບໍດີ ອີຣານ Ebrahim Raisi ພາຍຫຼັງເຫດການເຮືອບິນ ເຮລີກອບເຕີໂດຍສານການນຳຄົນນີ້ ຕ້ອງລົງຈອດສຸກເສີນຢູ່ເຂດໃກ້ຊາຍແດນ ອາເຊັກໄບຊານ ໃນຕອນບ່າຍວັນທີ 19 ພຶດສະພາ, ແມ່ນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ