ປະຕິກິລິຍາຂອງປະເທດຕ່າງໆຕໍ່ຂໍ້ລິເລີ່ມໃໝ່ຂອງສະຫະພັນ ອາຣັບ ກ່ຽວກັບ ຊີຣີ

ປະຕິກິລິຍາຂອງປະເທດຕ່າງໆຕໍ່ຂໍ້ລິເລີ່ມໃໝ່ຂອງສະຫະພັນ ອາຣັບ ກ່ຽວກັບ ຊີຣີ - ảnh 1
( ພາບຈາກອີນເຕີແນດ )

( vovworld ) - ​ຫາງ​ສຽງ​ໂລກ​ສືບ​ຕໍ່​ມີ​ທັດສະນະ​ທີ່​ແຕກ​ຕາງ​ກັນ​ໃນ​ວິທີ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ ພາຍຫຼັງ​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Bashar Al Assad ປະຕິ​ເສດ​ຂໍ້​ລິ​ເລີ່​ມ​ໃໝ່​ຂອງ​ສະຫະພັນ ​ອາຣັບ ( AL ) ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ຮັກສາ​ສັນຕິ​ພາບ​ຮ່ວມ​ກັບ​ສະຫະ​ປະຊາ​ຊາດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ວັນ​ທີ 13/2, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໃຫ້​ຮູ້​ວ່າ ຄວນ​ປະຕິບັດ​ຄຳ​ສັ່ງຢຸດ​ຍິງ​ຢູ່ ຊີຣີ ກ່ອນ​ທີ່​ຜັນ​ຂະຫຍາຍ​ຄະນະ​​ຕິດ​ຕາມກວດກາຮ່ວມ. ລັດ​ເຊຍ​ ຢາກ​ຝ່າຍຕ່າງໆ​ຢູ່ ຊີຣີ ຮັບ​ຮອງຜູ້ຕິດຕາມ​ກວດກາ​ສາກົນ​ຂອງ​ສະຫະພັນ ອາຣັບ ​ແລະ ສະຫະ​ປະຊາ​ຊາດ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫຼີວກວາ​ຍມິນ ​ໄດ້​ຢືນຢັນ​ວ່າ ປັກ​ກິ່ງ ສະໜັບສະໜູນ​ຄວາມ​ມາ​ລະ​ພະຍາຍາມ​ໄກ​ເກັ່ຍດ້ານ​ການ​ເມືອງ​ຂອງ AL. ຈີນ ຢາກ​ຮັບ​ຟັງ​ຝ່າຍ​ຕ່າງໆ​ຢູ່ ຊີຣີ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ. ​ໃນ​ຂະນະ​ນັ້ນ, ສະຫະ​ປະຊາ​ຊາດ, ສະຫະພາບ ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ການ​ສ້າງ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ຕິດຕາມ​ກວດກາ​ຮ່ວມ​ຢູ່ ຊີຣີ. ອັງກິດ, ຟລັງ, ​ເຢຍລະ​ມັນ, ອີ​ຕາ​ລີ ມີ​ຄຳ​ຖະ​ແຫຼງ ຢ່າງລະມັດລະວັງ​ເມື່ອ​ເວົ້າ​ວ່າ ປະ​ເທດ​ນີ້​ຈະ​ພິ​ຈາລະ​ນາ​ຂໍ້​ສະ​ລິ​ເລີ່​ມຂອງ AL ​ໃນ​ໄວໆນີ້. ຄາດ​ວ່າ, ບັນດາ​ປະ​ເທດ​ຈະ​ດຳ​ເນີນ​ການ​ພິຈາລະນາ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມຂອງ AL ຢູ່ທີ່​ກອງ​ປະຊຸມ “ ບັນດາ​ເພື່ອນ​ມິດ​ຂອງ ຊີຣີ ” ​ເຊິ່ງຖືກດຳ​ເນີນ​ໄປ​ຢູ່ Tuynizi ​ໃນ​ວັນ​ທີ 24/2 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ