ປະຕິກິລິຍາຂອງສາກົນຕໍ່ເລື່ອງຮັບຮູ້ລັດ ປາແລດສະຕິນ

(VOVWORLD) - ແລະກໍ່ໃນວັນດຽວກັນ, ທຳນຽບຂາວ ໄດ້ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ ອາເມລິກາ Joe Biden ຖືວ່າ: ຕ້ອງບັນລຸໄດ້ເປົ້າໝາຍສ້າງລັດ ປາແລດສະຕິນ ຜ່ານການເຈລະຈາ ຫາກບໍ່ແມ່ນການຮັບຮູ້ພຽງລຳພັງຝ່າຍດຽວ.

ວັນທີ 22 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ຈີນ ອວາງເອີ໋ນປິນ ໄດ້ປະກາດວ່າ: ຈີນ ຍາມໃດກໍ່ຢຶດໝັ້ນການສະໜັບສະໜູນພາລະກິດເປັນທຳຂອງຊາວ ປາແລດສະຕິນ ໃນວິວັດການຟື້ນຟູບັນດາສິດຊົນຊາດຖືກຕ້ອງຕາມກົດໝາຍ ແລະ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອສວມບົດບາດມີລັກສະນະສ້າງສັນ ເພື່ອແນໃສ່ຊຸກຍູ້ມາດຕະການຮອບດ້ານ, ຍຸຕິທຳ ແລະ ຍາວນານສຳລັບບັນຫາ ປາແລດສະຕິນ.

        ແລະກໍ່ໃນວັນດຽວກັນ, ທຳນຽບຂາວ ໄດ້ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ ອາເມລິກາ Joe Biden ຖືວ່າ: ຕ້ອງບັນລຸໄດ້ເປົ້າໝາຍສ້າງລັດ ປາແລດສະຕິນ ຜ່ານການເຈລະຈາ ຫາກບໍ່ແມ່ນການຮັບຮູ້ພຽງລຳພັງຝ່າຍດຽວ. ກ່າວຄຳເຫັນພາຍຫຼັງປະເທດຈຳນວນໜຶ່ງຖືວ່າ ຈະຮັບຮູ້ລັດ ປາແລດສະຕິນ ໃນເດືອນພຶດສະພານີ້, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ Biden ຍາມໃດກໍ່ສະໜັບສະໜູນມາດຕະການສອງລັດຢ່າງແຮງ ແລະ ທ່ານຖືວ່າ ລັດ ປາແລດສະຕິນ ຄວນໄດ້ຫັນເປັນຈິງ ຜ່ານບັນດາການເຈລະຈາໂດຍກົງລະຫວ່າງບັນດາຝ່າຍ.

        ໃນຂະນະນັ້ນ, ໂຄສົກຂອງກະຊວງການຕ່າງປະເທດ ເຢຍລະມັນ ເນັ້ນໜັກວ່າ: ການສະໜັບສະໜູນຂອງ ແບກແລງ ຕໍ່ມາດຕະການສອງລັດ, ຊີ້ແຈ້ງວ່າລັດ ປາແລດສະຕິນ ເອກະລາດຍັງແມ່ນເປົ້າໝາຍໜັກແໜ້ນໃນນະໂຍບາຍພົວພັນຕ່າງປະເທດຂອງ ເຢຍລະມັນ, ພ້ອມທັງເນັ້ນໜັກວ່າຕ້ອງມີມາດຕະການເຈລະຈາເພື່ອບັນລຸເປົ້າໝາຍນັ້ນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Stephane Sejourne ໃຫ້ຮູ້ວ່າ: ປາຣີ ຕີລາຄາບັນດາເງື່ອນໄຂເພື່ອຮັບຮູ້ ປາແລດສະຕິນ ແມ່ນລັດແຫ່ງໜຶ່ງຍັງບໍ່ທັນໄດ້ຕອບສະໜອງເທື່ອ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກຸ່ມບັນດາປະເທດ ເອີລົບ ໄດ້ປະກາດກ່ຽວກັບເລື່ອງຮັບຮູ້ລັດ ປາແລດສະຕິນ, ດ້ວຍຄວາມຫວັງວ່າ: ຄຳຕັດສິນດັ່ງກ່າວຈະປະກອບສ່ວນນຳມາເຊິ່ງສັນຕິພາບໃຫ້ແກ່ພາກພື້ນ. ມາຮອດປະຈຸບັນ, ມີ 8 ປະເທດສະມາຊິກຂອງ ສະຫະພາບເອີລົບ (EU) ຮັບຮູ້ລັດ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ