ປະຕິກິລິຍາຂອງສ.ເກົາຫຼີ ຕໍ່ເລື່ອງຍີ່ປຸ່ນ ຖະແຫຼງອະທິປະໄຕທີ່ມີຕໍ່ໝູ່ເກາະທີ່ພວມພິພາດກັນ

ປະຕິກິລິຍາຂອງສ.ເກົາຫຼີ ຕໍ່ເລື່ອງຍີ່ປຸ່ນ ຖະແຫຼງອະທິປະໄຕທີ່ມີຕໍ່ໝູ່ເກາະທີ່ພວມພິພາດກັນ - ảnh 1
ໝູ່​ເກາະ Dockdo/Takeshima
(ພາບອີນເຕີແນດ)

(vovworld) - ວັນ​ທີ 09/07, ສ.​ເກົາຫຼີ ​ໄດ້​ອອກສຽງ​ຄັດ​ຄ້ານ​ເລື່ອງ​ຍີ່ປຸ່ນ ຖະ​ແຫຼ​ງອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບອະທິປະ​ໄຕສຳລັບ​ໝູ່​ເກາະທີ່​ພວມ​ພິພາດ​ກັນ​ເຊິ່ງ​ເຊີ​ອຸນ ​ເອີ້ນ​ວ່າ Dockdo ​ແລະ ​ໂຕ​ກຽວ​ເອີ້ນ​ວ່າ Takeshima ​ໃນ​ປື້​ມຂາວ​ປ້ອງ​ກັນ​ປະ​ເທດ​ປີ 2013 ​ເຊິ່ງ​ໂຕ​ກຽວ ຫາ​ກໍ​ປະ​ກາດ​ໃນ​ຕ້ອນ​ເຊົ້າ​ວັນ​ທີ 09/07. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tai young ​ໃຫ້​ຮູ້​ວ່າ: “ລັດຖະບານ​ສ.​ເກົາຫຼີ ຄັດຄ້ານ​ຢ່າງ​ຮຸນແຮງ​ຕໍ່ເລື່ອ​ງຍີ່ປຸ່ນ ​ໄດ້​ລະບຸ​ຖະ​ແຫຼງອີກ​ເທື່ອ​ໜຶ່ງອະທິປະ​ໄຕ​ສຳລັບ​ໝູ່​ເກາະ Dokdo ​ທີ່ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ສ.​ເກົາຫຼີ ​ ໃນ​ປື້​ມປົກ​ຂາວ​ປ້ອງ​ກັນ​ປະ​ເທດປີ 2013 ຂອງ​ຍີ່ປຸ່ນ... ​ເຊີ​ອຸນ ກະຕຸກ​ຊຸກຍູ້​ໂຕ​ກຽວ ພິຈາລະນາ ​ແລະ ລຶບ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ດັ່ງກ່າວ​ອອກ​ຈາກປື້​ມປົກ​ຂາວ, ຫຼີກ​ເວັ້ນບັນດາການ​ກະທຳ​ທີ່​ຄ້າ​ຍຄື​ກັນ”. ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໄດ້​ຮຽກ​ຕົວ​ທ່ານ Takashi Kura, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຖານທູດ​ຍີ່ປຸ່ນ ມາມອບ​ຈົດໝາຍ​ທາງ​ການ​​ເພື່ອຄັດຄ້ານຄຳ​ຖະ​ແຫຼ​ງດັ່ງກ່າວ.

ຂ່າວ/ບົດ​ອື່ນ