ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ໄຕ​ຫວັນ (ຈີນ) ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້​ຢູ່​ເກາະ ບາ​ບິນ, ເຈື່ອງ​ຊາ

(VOVWORLD) -ຫວຽດນາມ ມີພະຍານຫຼັກຖານ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ.
ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ໄຕ​ຫວັນ (ຈີນ) ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້​ຢູ່​ເກາະ ບາ​ບິນ, ເຈື່ອງ​ຊາ - ảnh 1ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: VOV)

      ວັນທີ 11 ມິຖຸນາ, ຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງໄຕຫວັນ (ຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເກາະ ບາບິນ, ເຈື່ອງຊາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ດັ່ງທີ່ໄດ້ຢັງຢືນເປັນຫຼາຍເເທື່ອແລ້ວ, ຫວຽດນາມ ມີພະຍານຫຼັກຖານ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ. ເລື່ອງໄຕຫວັນ (ຈີນ) ຈັດການຊ້ອມຮົບຍິງລູກປືນແທ້ຢູ່ອ້ອມເຂດເກາະ ບາບິ່ນ, ຂຶ້ນກັບເຂດໝູ່ເກາເຈື່ອງຊາ ຂອງຫວຽດນາມ ແມ່ນໄດ້ລະເມີດອະທິປະໄຕເຂດດິນແດນຫວຽດນາມ ສຳລັບເຂດໝູ່ເການີ້ຢ່າງແຮງ ຊື່ງໄດ້ນາບຂູ່ສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງທາງທະເລ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດຽວຄັດຄ້ານ ແລະ ຮຽກຮ້ອງ ໄຕຫວັນ (ຈີນ) ຈົ່ງຍົກເລິກການເຄື່ອນໄຫວທີ່ຜິດກົດໝາຍດັ່ງກ່າວ ແລະ ບໍ່ປະຕິບັດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ