ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ IS ເຂັ່ນຂ້າ ຕົວປະກັນຊາວຍີ່ປຸ່ນ 2 ຄົນ

ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ IS ເຂັ່ນຂ້າ ຕົວປະກັນຊາວຍີ່ປຸ່ນ 2 ຄົນ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 03/05, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວທີ່​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ເຂັ່ນຂ້າ​ຕົ​ວປະກັນ​ຊາວ​ຍີ່ປຸ່ນ 2 ຄົນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ.

        “ພວກ​ຂ້າພະ​ເຈົ້າ​ຂໍ້​ສະ​​ແດງ​​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງເຖິງ​ລັດຖະບານ, ປະຊາຊົນ ​ແລະ ຍາດຕິ​ພີ​ນ້ອງ​ບັນດາ​ຜູ້​ຖືກ​ເຄາະຂໍ້​ຮ້າຍ.

        ຫວຽດນາມ ກ່າວ​ປະນາມ​ຢ່າງ​ແຮງ​ບັນດາ​ການ​ກະທຳ​​ໂຫດ​ຮ້າຍ, ​ໄຮ້​ມະນຸດສະທຳ​​ເພື່ອແນ​ໃສ່​ຊາ​ມັນ​ຊົນ. ພວກ​ຂ້າພະ​ເຈົ້າ​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍ​າມຂອງ​ປະ​ຊາ​ຄົມ​ສາກົນ ​ເພື່ອ​ແນ​ໃສ່​ຕໍ່ສູ້​ຕ້ານ​ລັດທິ​ກໍ່​ການ​ຮ້າຍດ້ວຍ​ທຸກ​ຮູບ​ການ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ, ບົນ​ພື້ນຖານ​ເຄົາ​ລົບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ, ບັນດາ​ຫຼັກ​ການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ສາມັນ​ຊົນ”.

ຂ່າວ/ບົດ​ອື່ນ