ປະຕິກິລິຍາຂອງຫວຽດນາມກ່ຽວກັບກໍລະນີສປປເກົາຫລີຍິງລູກສອນໄຟ

(VOVWORLD) -ວັນທີ 6 ກໍລະກົດ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບຄຳສະເຫນີໃຫ້ຮູ້ ປະຕິກິລິຍາຂອງຕໍ່ເລື່ອງ ສປປ ເກົາຫລີ ຍິງລູກສອນໄຟນຳວິຖີຂ້າມໄຫລ່ທະວີບເມື່ອວັນທີ 4 ກໍລະກົດ
   ປະຕິກິລິຍາຂອງຫວຽດນາມກ່ຽວກັບກໍລະນີສປປເກົາຫລີຍິງລູກສອນໄຟ - ảnh 1 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: “ຫວຽດນາມ ມີຄວາມວິຕົກກັງວົນຕໍ່ເລື່ອງ ສປປ ເກົາຫລີ ດຳເນີນການຍິງທົດລອງລູກສອນໄຟນຳວິຖີຂ້າມໄຫລ່ທະວີບ ເມື່ອວັນທີ 4 ກໍລະກົດ ແມ່ນການລະເມີດບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ເຮັດໃຫ້ສະພາບການຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມ. ຫວຽດນາມ ສະຫນັບສະຫນູນທຸກຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ການຮັກສາສັນຕິພາບ, ສະຖຽນລະພາບຢູ່ແຫລມເກົາຫລີ, ຮຽກຮ້ອງບັນດາຝ່າຍເຄົາລົບບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢ່າງເຂັ້ມງວດ ແລະ ມີການກະທຳທີ່ມີລັກສະນະສ້າງສັນ, ແທດຈິງ ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ