ປະຕິກິລິຍາຂອງຫວຽດນາມຕໍ່ຫນ້າເລື່ອງຈີນດຳເນີນການເລືອກຕັ້ງຢູ່ “ຕາມຊາ”

ປະຕິກິລິຍາຂອງຫວຽດນາມຕໍ່ຫນ້າເລື່ອງຈີນດຳເນີນການເລືອກຕັ້ງຢູ່ “ຕາມຊາ”  - ảnh 1
ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ
ພາບ: anninhthudo

(vovworld)- ວັນ​ທີ 3/10, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ເລື່ອງ ຫວ່າງ​ແລ້ວນີ້ ຈີນ ດຳ​ເນີນ​ການ​ເລືອກ​ຕັ້ງ ສະ​ມາ​ຊິກ ​ສະ​ພາ​ຜູ້​ແທນ​ປ​ະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ ຊຸດ​ທີ 2 “ນະ​ຄອນ ຕາມ​ຊາ” ກໍ​ຄື​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ໝູ​່​ເກາະ​ຮ່​ວາງ​ຊາ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ​ຊີ້​ແຈ້ງວ່າ:     “ຫວຽດ​ນາມ ມີ​ພື້ນ​ຖານ​ດ້ານ​ນິ​ຕິ​ທຳ ແລະ ພະ​ຍານ​ຫລັກ​ຖານ​ດ້ານ​ປະ​ຫວັດ​ສາດ​ຢ່າງ​ຄົບ​ຖ້ວນ ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ ສອງ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ເລື່ອງ​ຈີນ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ ສະ​ພາ​ຜູ້​ແທນ​ປ​ະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ ຢູ່ ສະ​ຖານ​ທີ່​ເອີ້ນ​ວ່າ “ນະ​ຄອນ​ຕາມ​ຊາ” ໂດຍ​ຈີນ ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ຜິດ​ກົດ​ໝາຍ ແລະ ດຳ​ເນີນ​ການ​ລາດ​ຕ​ະ​ເວນ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ແມ່ນ​ລະ​ເມີດ​ອະ​ທິ​ປະ​ໄຕ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ. ບັນ​ດາ​ການ​ກະ​ທຳ​ຢ່າງ​ຜິດ​ກົດ​ໝາຍນັ້ນ ບໍ່​ອາດ​ປ່ຽນ​ແປງ​ອະ​ທ​ິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​ໄດ້. ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ​້ານ ແລະ ຮຽກ​ຮ້ອງ​ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ ຫວຽດ​ນາມ, ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຜິດ​ພາດ​ດັ່ງ​ກ່າວ​ຢ່າງ​ທັນ​ທີ, ປະ​ຕິ​ບັດ​ຖະ​ແຫລງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ແລະ ຂໍ້​ຕົກ​ລົງ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ທ​ະ​ເລ ຫວຽດ​ນາມ - ຈີນຢ່າງ​ເຂັ້ມ​ງວດ.”


ຕອບກັບ

ຂ່າວ/ບົດ​ອື່ນ