ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ6ປີແຫ່ງວັນສ້າງຕັ້ງ “ນະຄອນຕາມຊາ”

(VOVWORLD) -ວັນທີ 10 ສິງຫາ ປີ 2018 ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມຕໍ່ຫນ້າເລື່ອງ ຫວ່າງແລ້ວນີ້ ຈີນ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫລີມສະຫລອງ 6 ປີແຫ່ງວັນສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນຕາມຊາ”, 
ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ6ປີແຫ່ງວັນສ້າງຕັ້ງ “ນະຄອນຕາມຊາ” - ảnh 1  ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ 

ຕິດຕັ້ງແລະນຳເຂົ້າໃຊ້ການເຄື່ອງວັດແທກຄື້ນທະເລຢູ່ ຟູເລີມ, ໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ຊ່ອງໂທລະພາບອະນຸຊົນສູນກາງຈີນຈັດຕັ້ງລາຍການໂທລະພາບໃຫ້ເດັກນ້ອຍຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ມະຫາວິທະຍາໄລຈີນ ປະຕິບັດບັນດາການໄປສຳຫລວດວິທະຍາສາດສັງລວມຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ…. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄອ່ງກັບກົດໝາຍສາກົນ. ບັນດາການກະທຳດັ່ງກ່າວຂອງຈີນ ບໍ່ພຽງແຕ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະດັ່ງກ່າວເທົ່ານັ້ນ ຫາກຍັງໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາທະເລລະຫວ່າງສອງປະເທດ, ບໍ່ສອດຄອ່ງກັບຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງສອງປະເທດ, ໄປຝືນກັບເນື້ອໃຈຈິດໃຈຂອງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ບໍ່ມີຜົນປະໂຫຍດໃຫ້ແກ່ວິວັດການເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ກໍຄືເລື່ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕະເວັນອອກ ແລະ ພາກພື້ນ.”

ຫວຽດນາມ ເດັດດ່ຽວຄັດຄ້ານ, ຮຽກຮ້ອງຈີນ ຈົ່ງຢຸດຕິບັນດາການເຄື່ອນໄຫວດັ່ງກ່າວຢ່າງທັນທີ, ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ.

ຜູ້ຕາງຫນ້າກະຊວງການຕ່າງປະເທດຫວຽດນາມ ໄດ້ມາພົບປະກັບຜູ້ຕາງຫນ້າສະຖານທູດຈີນປະຈຳຫວຽດນາມ ເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ