ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນນຳຮ້ານເຈາະນ້ຳມັນໄຮຢາງ981ເຂົ້າເຂດທະເລຢູ່ປາກອ່າວພາກເໜືອ

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນນຳຮ້ານເຈາະນ້ຳມັນໄຮຢາງ981ເຂົ້າເຂດທະເລຢູ່ປາກອ່າວພາກເໜືອ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ​ວັນ​ທີ 07/04, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ທີ່ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ໜ້າ​ເລື່ອງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ຂອງ​ຈີນ ໄດ້​ເຂົ້າ​ເຂ​ດ​ທະ​ເລ​ຢູ​່​​ນອ​ກ​ປາກອ່າວ​ພາກ​ເໜືອ ນັບ​ແຕ່​ຕອນ​ຄ່ຳ​ວັນ​ທີ 03/04, ເພື່ອ​ດຳ​ເນີນ​ການສຳ​ຫຼວດ​ນ້ຳ​ມັນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ.

        “ຕາມ​ຂໍ້​ມູນ​ຂ່າວຈາກ​ບັນ​ດາ​ອົງ​ການ​​ທີ່​ກ່ຽວ​ຂ​້ອງ ​ຂອງ​ຫວຽດ​ນາມ ແລ້ວ, ນັບ​ແຕ່​ຕອນ​ຄ່ຳ​ວັນ​ທີ 03/04, ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ຂອງ​ຈ​ີ​ນ ໄດ້​ຍົກ​ຍ້າຍ​ເຂົ້າ​ເຂດນອກ​ປາກ​ອ່າວ​ພາກ​ເໜືອ​ເພື່ອສຳ​ຫຼວດ​ນ້ຳ​ມັນ. ນີ້​ແມ່ນ​ເຂດນອກ​ອ່າວ​ພາກ​ເໜືອ​ເຊິ່ງ​ຫວຽດ​ນາມ ແລະ ຈີນ ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ​​ຂີ​ດ​ຂັ້ນ​ເສັ້ນ​ຊາຍ​ແດນ.

ຫວຽດ​ນາມ​ເດັດ​ດຽວ​​ຄັດ​ຄ​້ານ ແລະ ຮຽກ​ຮ້ອງ​ໃຫ​້​ຈີນ ຍົກ​ເລີກ​ແຜນ​ການສຳ​ຫຼວດ​ນ້ຳ​ມັນ​ ແລະ ຖອນ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດນິ້, ບໍ່​ມີ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດ່ຽວ​ໃດໆ​ທີ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ ແລະ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຫວຽດ​ນາມ ຮັກ​ສາ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ​ສຳ​ລັບ​ເຂດ​ດັ່ງ​ກ່າວ ດ້ວຍ​​ທຸກ​ມາດ​ຕະ​ການ​ສັນ​ຕິ​ພາບ ເຊິ່ງ​ກົດ​ໝາຍ​ສາ​ກົນ​ອະ​ນຸ​ຍາດ​ເພື່ອ​ປົກ​ປັກ​ຮັກ​ສາ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັງ​ຊອ​ບ​ທຳ​ນັ້ນ”.

       ແລະ​ກໍ່​ໃນ​ວັນ​ທີ 07/04/2016, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້ ກ່ຽວ​ກັບປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເລື່ອງ ຈີນ ​ນຳ​ປາ​ພະ​ຄານເຂົ້າ​ການ​ເຄື່ອນ​ໄຫວ ​​ໃນ​ຫີນ Xubi ທີ່ຂຶ້ນ​ກັບ​ໝູ່​ເກາ​ະ ​ເຈື່ອງ​ຊາ ຂອງ ຫວຽດນາມ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ:

           ອີກ​ເທື່ອ​ໜຶ່ງ ຫວຽດນາມ ຢັ້ງຢືນ​ມີ​ເອກະສານ​ນິຕິ​ກຳ ​ແລະ ຫຼັກ​ຖານ​ປະຫວັດສາດຢ່າງ​ຄົບ​ຖ້ວນ ກ່ຽວ​ກັບ​ອະທິປະ​ໄຕ ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ​ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ການ​ກະທຳ​ດັ່ງ​ກ່າວ​ຂອງຝ່າຍ ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ, ​ແມ່ນ​ການ​ກະທຳຜິດ​ກັບ​ກົດໝາຍ​ ​ແລະ ​ໄຮ້​ຄຸນ​ຄ່າ.

           ພວກ​ຂ້າພະ​ເຈົ້າ ຮຽກຮ້ອງ ຈີນ ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່​ອງຊາ ຢ່າງ​ຮີບ​ດ່ວນ, ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ​, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ບໍ່​ມີ​ບັນດາ​ການ​ກະທຳ​ທີ່ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​​ຕື່ມອີກ

ຂ່າວ/ບົດ​ອື່ນ