ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງອາເມລິກາ ປະກາດຖອນອອກຈາກ TPP

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງອາເມລິກາ ປະກາດຖອນອອກຈາກ TPP - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລຫາຍ​ບີ່ງ

(vovworld) - ວັນ​ທີ 24/1/2017, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ເລື່ອງ ອາ​ເມ​ລິ​ກາ ປະ​ກາດ​ຖອນ​ອອກ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP), ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລຫາຍ​ບີ່ງ, ໄດ້​ຊີ້​ແຈ້ງວ່າ: “ໃນ​ຕະຫຼອດ 6 ປີ​ທີ່​ຜ່ານ​ມາ, 12 ປະ​ເທດ TPP ໄດ້​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ, ສຳ​ເລັດ​ການ​ເຊັນ TPP, ເຊິ່ງ​ແມ່ນ​ສັນ​ຍາ​ເສ​ລີ​ລຸ້ນ​ໃໝ່. ຖ້າ​ຫາກ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍນັ້ນ, TPP ຈະ​ຕອ​ບ​ສະ​ໜອງ​ຜົນ​ປະ​ໂຫຍດ​ລວ​ມ​ຂອງ​ທຸກໆ​ປະ​ເທ​ດ​ສະ​ມາ​ຊິກ, ບໍ່​ພຽງ​ແຕ່​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ຮ່ວມ​ມື, ການ​ຮ່ວມ​ສ​ຳ​ພັນ​ດ້ານ​ເສ​ດ​ຖະ​ກິດ ແລະ ຄວ​າມ​ສະ​ຖຽນ​ລະ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນອາ​ຊີ - ປາ​ຊີ​ຟີກ ອີກ​ດ້ວຍ. ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ເລື່ອງ​ເຂົ້າ​ຮ່ວມ​ສັນ​ຍາ TPP ແລະ ບັນ​ດາ​ສັນ​ຍາ FTA ອື່ນໆ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ຜັນ​ຂະ​ຫຍາຍ​ແຜ​ນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ເສດ​ຖະ​ກິດ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ ແລະ ຮອບ​ດ້ານ, ສ້າງ​ລະ​ບົບ​ກົດ​ໝາຍ ແລະ ລະ​ບອບ​​ລະ​ບຽບ​ການເສດ​ຖະ​ກິດ​ການ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ສ້າງ​ກຳ​ລັງ​ໜ​ູນ​ໃໝ່​ເພື່ອ​ພັດ​ທະ​ນາ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ທ່າ​ອ​ຽງ​ເຊື່ອມ​ໂຍງ, ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ພາກ​ພື້ນ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ຈະ​ສືບ​ຕໍ່​ວິ​ວັດ​ການ​ປ່ຽນ​ໃໝ່, ຍູ້​ແຮງ​ການ​ກະ​ກຽມ​ພາຍ​ໃນ​ປະ​ເທດ, ເພື່ອ​ຮັບ​ປະ​ກັນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງບັນ​ດາສັນ​ຍາ FTA ເຊິ່ງ ຫວຽດ​ນາມ ໄດ້ ແລະ ຈະ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”


ຂ່າວ/ບົດ​ອື່ນ