ປະຕິກິລິຍາຂອງອາເມລິກາ,ຍີ່ປຸ່ນແລະອົດສະຕາລີຕໍ່ເລື່ອງຈີນນຳລູກສອນໄພເຖິງໝູ່ເກາະຮ່ວາງຊາ

ປະຕິກິລິຍາຂອງອາເມລິກາ,ຍີ່ປຸ່ນແລະອົດສະຕາລີຕໍ່ເລື່ອງຈີນນຳລູກສອນໄພເຖິງໝູ່ເກາະຮ່ວາງຊາ - ảnh 1
ເກາະ ຟູ໋ເລີມ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ
(ພາບ: BBC)

(vovworld) - ສຳນັກ​ຂ່າວສານ Fox News ຂອງ​ອາ​ເມ​ລິ​ກາ​ໄດ້​ຖ່າຍຮູບ​ຈາກ​ດ່າວທຽມພົນລະ​ເຮືອນ ImageSat International (ISI) ​ໃຫ້​ຮູ້​ວ່າ: ວັນ​ທີ 14/2 ຜ່ານ​ມາ, ກອງທັບ ຈີນ ​ໄດ້​ສົ່ງ​ລະບົບ​ລູກ​ສອນ​ໄຟ​ໜ້າດິນ​ຕ້ານ​ເທິງ​ອາ​ກາດ​ທີ່ທັນ​ສະ​ໄໝ​​ເຖິງ​ ເກາະ ຟູ່໋ເລີມ, ຂຶ້ນ​ກັບ​ໝູ່​ເກາະ ​ຮ່ວາງ​ຊາ​ຂ​ອງ ຫວຽດນາມ. ວັນ​ທີ 17/2, ບັນດາ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ເມ​ລິ​ກາ ​ໄດ້​ມີ​ປະຕິກິ​ລິ​ຍາ​ຕໍ່​ແຫຼ່ງຂ່າວ​ດັ່ງກ່າວ.

        ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມລິ​ກາ John Kerry ​ເນັ້ນ​ໜັກ​ວ່າ: ​ເລື່ອງປອດ​​ການ​ທະຫານ​ແມ່ນ​ມາດ​ຕະຖານ​ລວມ​ຕ້ອງ​ໄດ້​ຮັບ​ການ​ນຳ​ໃຊ້​ສຳລັບ​ ທຸກໆ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ Kerry ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊ​ິ່ງຕໍ່ໜ້າ​ການ​ຜັນ​ແປ​ນີ້ ​ແລະ ​ໃຫ້​ຮູ້​ວ່າ ​​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ອາ​ເມ​ລິ​ກາ ຈະ​ໂອ້​ລົມ “ຢ່າງ​ເຄັ່ງຄັດ” ກັບ ຈີນ​ກ່ຽວ​ກັບ​ບັນຫາ​ນີ້.

        ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Mark Toner ກໍ​ກ່າວ​ເຕືອນວ່າ​ຖ້າ​ຫາກ ຈີນ ຜັນ​ຂະຫຍາຍ​ລູກ​ສອນ​ໄພ​ຢູ່​ເກາະ ຟູ໋​ເລີມ ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ. ​ໃນຂະນະ​ນັ້ນ, ​ໂຄສົກທຳນຽບຂາວ Josh Earnest ກໍ່ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວຂ້ອງ​​ເຮັດ​ແຈ້ງວ່າ​ບັນດາ​ຄຳ​ຮຽກຮ້ອງ​ ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ແມ່ນ​ຕ້ອງອີງ​ໃສ່​ກົດໝາຍ​ສາກົນ ​ແລະ ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນ​ຕິ​ວິທີ .

          ​ໃນວັນ​ດຽວ​ກັນ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຍີ່ປຸ່ນ​ Yoshihide Suga ​ໄດ້​ປະຕິ​ເສດ​ຮັບຮອງ ກໍ່​ຄື​ວິຈານຂໍ້​ມູນ​ຂ່າວ​ດັ່ງກ່າວ ​ແຕ່​ຊີ້​ແຈ້ງວ່າ, ຍີ່ປຸ່ນ “ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ຄວາມ​ມານະ​ພະຍາຍາມ​ພຽງ​ລຳພັງ​ຝ່າຍ​ດຽວ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ເດີມ ​ແລະ ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ“, ພ້ອມ​ທັງ​ຢືນຢັນ​ວ່າ, ​ໂຕ​ກຽວ​ ບໍ່​ຮັບ​ຮູ້​ບັນດາ​ການ​ກະທຳ​ຄື​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Gen Nakatani ​ໄດ້​ຮຽກຮ້ອງ ຈີນ “ອະທິບາຍ​ຢ່າງ​ຈະ​ແຈ້ງ“ ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນຳ​​ລູກ​ສອນ​ໄຟ​ໜ້າດິນ​ຕ້ານ​ເທິງ​ອາ​ກາດ​ເຖິງ​ໝູ່​ເກາະ​ຮ່ວາງ​ຊາ.

        ກ່າວ​ຄວາມ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອິ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອົດ​ສະ​ຕາ​ລີ Julie Bishop ທີ່ພວມ​ຢູ່​ຢ້ຽມຢາມ​ປັກ​ກິ​ງ ກໍ່​ຮຽກຮ້ອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ສັນຕິ​ວິທີ.

        ວັນ​ທີ 17/2, ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ ​ໄດ້​ຮຽກຮ້ອງ​ຈີນ ​ເຄົາລົບ​ຄຳ​ຕັດສນຂອງ​ສານ​ກຳມະການ​ປະຈຳ​ສະຫະ​ປະຊາ​ຊາດ​ຢູ່ ລາ​ໄຮ, ​ເຊິ່ງຄາດ​ວ່າ​ຈະ​ຍົກ​ອອກ​ມາ​ໃນ​ເດືອນ 5 ຈະ​ມາ​ເຖິງ ​ເຊິ່ງກ່ຽວຂ້ອງ​ເຖິງ​ການ​ຮ້ອງ​ຟ້ອງ​ຂອງ ​ຟີ​ລິບ​ປິນທີ່​ມີ​ຕໍ່​ຈີນ ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ