ປະຕິກິລິຍາຂອງໂລກຕໍ່ຂ່າວສັນຕະປາປາ Benediet XVI ປະກາດລາອອກຈາກຕຳແໜ່ງ

ປະຕິກິລິຍາຂອງໂລກຕໍ່ຂ່າວສັນຕະປາປາ Benediet XVI ປະກາດລາອອກຈາກຕຳແໜ່ງ  - ảnh 1
ສັນຕະປາປາ Benediet XVI
(ພາບ: AP)

(vovworld) – ບັນດາ​ການ​ນຳ​ໂລກ, ບັນດາ​ຜູ້ນຳ​ຄິດ​ທະ​ສາສະໜາ ພ້ອມ​ກັບ​ປະຊາ​ຄົມ​ສາສະໜາ​ອື່ນໆ  ​ໄດ້​ເຊີດ​ຊູສັນຕະປາປາ Benediet XVI, ພາຍຫຼັງ​ທີ່​ທ່ານປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ທີ 28/2 ຈະ​ມາ​ເຖິງ ​ຍ້ອນ​ສຸຂະພາບ​ບໍ່​ແຂງ​ແຮງ ​ແລະ ອາຍຸ​ກໍ່​ສູງ.

ທ່ານ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela MerKel ຕີ​ລາຄາ​ວ່າ ສັນຕະປາປາ Benediet XVI ​ແມ່ນ​ຜູ້​ທີ່​ມີ​ແນວ​ຄິດ​ສາສະໜາ​ສຳຄັນທີ່​ສຸດ​ຂອງ​ຍຸກ​ສະ​ໄໝ ​ແລະ ທ່ານ​ສົມ​ເປັນຜູ້​ທີ່​ໄດ້​ຮັບ​ຄວາມ​ນັບຖືຍ້ອນ​ທຸກ​ສິງ​ທຸກ​ຢ່າງ​ທີ່​ທ່ານ​ໄດ້​ເຮັດ​ໃນ​ໄລຍະ​ເກືອບ 8 ປີ ທີ່​ເປັນ​ຜູ້ນຳ ​ໂບດ​ຄິດ​ທະ​ສາສະໜາ, ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີຝລັ່ງ Francois Hollande ກໍ່​ໄດ້​ຍ້ອງຍໍ​ວ່າ ຂໍ້​ຕົກ​ລົງ​ຂອງສັນຕະປາປາ Benediet XVI ​ແມ່ນ​ໜ້າ​ນັບຖື. ສ່ວນປະທານາທິບໍດີ​ອາ​ເມ​ລິ​ກາ Barck Obama ​ໃຫ້​ຮູ້​ວ່າ​ທ່ານ​ພ້ອມ​ກັບ​ພັນ​ລະ​ຍາ​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່ສັນຕະປາປາ.

 

ຂ່າວ/ບົດ​ອື່ນ