ປະຕິບັດ “ຍຸດທະສາດ ພັດທະນາວຽກງານ ຖະແຫຼງຂ່າວຕໍ່ຕ່າງ ປະເທດໄລຍະ 2011 - 2020”

ປະຕິບັດ “ຍຸດທະສາດ ພັດທະນາວຽກງານ ຖະແຫຼງຂ່າວຕໍ່ຕ່າງ ປະເທດໄລຍະ 2011 - 2020”  - ảnh 1
(ທ່ານ​ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ)

(vovworld) - ວັນ​ທີ 09/04, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​​ວຽກ​ງານ ຖະ​ແຫຼ​ງຂ່າວ​ຕໍ່​​ຕ່າງປະ​ເທດພວມ​ດຳ​ເນີນ​ກອງ​ປະຊຸມຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ປີ 2012 ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ທິດ​ທາງ, ​ແຜນການ​ເຄື່ອນ​ໄຫວ​ປີ 2013. ທ່ານ​ດິງ​ເທ໋ຮີງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ ຖະ​ແຫຼ​ງຂ່າວ​ຕໍ່​​​ຕ່າງປະ​ເທດ​ໄດ້​ເປັນ​ປະທານ​ກອງ​ປະຊຸມ.

        ບົດ​ລາຍ​ງານ​ທີ່ສະ​ເໜີ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ຄື​ບັນດາ​ຄຳ​ເຫັນ​ຂອງ​ບັນດາສະມາຊິກ ​ແລະ ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຢືນຢັນ​ວ່າ ​ໃນ​ປີ 2012, ​ຄະນະ​ຊີ້​ນຳ​​ໄດ້​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ. ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່​​​ຕ່າງປະ​ເທດ ​ໄດ້​ປະຕິບັດ​ຢ່າງ​ທັນ​ກາ​ນກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ​ໂຄສະນາ​ປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ​ຫວຽດນາມ ​ເຖິງ​ປະຊາ​ຄົມ​ໂລກ ​ແລະ ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ທີ່​ກອງ​ປະຊຸມ, ທ່ານ ຟ້າ​ມວັນ​ລິງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວ​ໜ້າຄະນະ​ຊີ້​ນຳ​ວຽກ​ງານ ຖະ​ແຫຼ​ງຂ່າວ​ຕໍ່​​ຕ່າງປະ​ເທດ ຊີ້​ແຈ້ງວ່າ.

        “​ໃນ​ສະພາບ​ທີ່​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທ້າທາຍຫຼາຍ​ຢ່າງ, ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ສາກົນ​ມີ​ການຜັນ​​ແປຢ່າງ​ສັບສົນ, ຖະ​ແຫຼ​ຂ່າວ​ຕໍ່ຕ່າງປະ​ເທດຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່. ຄະນະ​ຊີ້​ນຳ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ, ສະຕິ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ແຕ່​ລະ​ສ່ວນ​ບຸກຄົນ​ກວ່າ​ອີກ ​ໃນ​ການ​ຊີ້​ນຳ, ສົມທົບ​ກັນ​ເຄື່ອນ​ໄຫວ, ສຳ​ເລັດ​ຈຸດໝາຍ​ຂອງ​ການ​ປະຕິບັດ “ຍຸດ​ທະ​ສາດ​ພັດທະນາ​ວຽກ​ງານຖະ​ແຫຼ​ຂ່າວ​ຕໍ່​ຕ່າງປະ​ເທດ​ໄລຍະ 2011 - 2020” ຢ່າງ​ມີ​ປະສິດທິ​ຜົນ”.

        ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີງ ​ໄດ້​ຕັກ​ເຕືອນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ວຽກ​ງານ ຖະ​ແຫຼ​ຂ່າວ​ຕໍ່​ຕ່າງປະ​ເທດຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ໂຄສະ​ນາ​ກວ່າ​ອີກ ​ເພື່ອ​ເຮັດ​ໃຫ້​ວົງ​ຄະນະ​ຍາດ​ສາກົນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ກໍ​ຄື​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ສາກົນ, ຜ່ານ​ນັ້ນ​ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ