ປະຕິບັດກົນໄກໃບຮັບຮອງລວມປະກອບສ່ວນປະຕິບັດຄາດໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ປະຕິບັດກົນໄກໃບຮັບຮອງລວມປະກອບສ່ວນປະຕິບັດຄາດໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1

ບັນດາໂຄງການກ່ຽວຂ້ອງເຖິງພະລັງງານກໍ່ສາມາດເຂົ້າຮ່ວມກົນໄກ JCM ໄດ້
(ພາບ: google.com.vn)

(vovworld) - ​ວັນ​ທີ 4/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ປະສົມ​ກົນ​ໄກ​​ໃບຮັບຮອງ​ລວມ (JCM), ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເຈິ່ນຮົ່ງຮ່າ ​ແລະ ອັກຄະ​ລັດຖະທູດ ສະຖານທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ Katsuro Nagai, ​ເປັນ​ປະທານ​ຮ່ວມ​ກອງປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ໂຄງການ ​ໄດ້​ປຶກສາ​ຫາລື, ​ແບ່ງປັນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ບັນດາ​ໂຄງການ​ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ຈົດ​ທະບຽນ ​ແລະ ​ໂຄງການ​ພວມ​ຮັບ​ຄຳ​ເຫັນ​ປະກອບ. ທ່ານອັກຄະ​ລັດຖະທູດ ສະຖານທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ Katsuro Nagai ຖື​ວ່າ, ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ກົນ​ໄກ​ໃບ​​ຮັບຮອງ​ລວມ ​ໃນ​ຂອບ​ເຂດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ພັດທະນາ carbon ລະດັບ​ຕຳ່ ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ຊຸກຍູ້​ການ​ຄົ້ນ​ຄ້ວາ​ຂອງ​ສອງ​ຝ່າຍ​ທີ່​ກ່ຽວຂ້ອງ, ປະກອບສ່ວນ​ຫຼຸດຜ່ອນ​ການ​ປ່ອຍອາຍ​ແກ​ສ​ເຮືອນ​ແກ້ວ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ມຸ້ງ​ໄປ​ເຖິງ​ຄາດໝາຍ​ພັດທະນາ​ເສດຖະກິດ carbon ລະດັບ​ຕຳ່, ປະກອບສ່ວນ​ເຂົ້າ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທົ່ວ​ໂລກ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ