ປະຕິບັດການນຳໃຊ້ໃບ ແຈ້ງອາການສຸຂະພາບ ໄວກ່ວາແຜນການເພື່ອ ປ້ອງກັນພະຍາດ Ebola


ປະຕິບັດການນຳໃຊ້ໃບ ແຈ້ງອາການສຸຂະພາບ ໄວກ່ວາແຜນການເພື່ອ ປ້ອງກັນພະຍາດ Ebola - ảnh 1
​(ພາບປະກອບ)

(vovworld) –​ຕໍ່ໜ້າ​ການ​ຜັນ​ແປ​ອັນ​ສັບສົນ​ຂອງ​​ພະຍາດ Ebola, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຕົກລົງ​ນຳ​ໃຊ້​ໃບ​ແຈ້ງອາ​ການ​ສຸຂະພາບ​ສຳລັບ​ແຂກ​ ເຂົ້າ​ເມືອງຈາກ​ອາ​ຟຼິກາ. ນັ້ນ​ແມ່ນ​ຂ່າ​ວຈາກ​ການ​ປະຊຸມ​ຄະນະ​ຊີ້​ນຳ, ປ້ອງ​ກັນ​ໂລກລະບາດ​ທີ່​ອັນຕະລາຍ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ຈັດ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 11/8 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸ​ມ, ກົມ​ການ​ແພດ​ສຳຮອງ (ສັງ​ກັດກະຊວງ​ສາທາລະນະ​ສຸກ​ຫວຽດນາມ) ​ໃຫ້​ຮູ້​ວ່າ: ​ພະຍາດ Ebola ຖືກ​ຈັດ​​ເຂົ້າ​ກຸ່ມ A ຊື່​ງ​ແມ່ນ​ກຸ່ມ​ໂລກລະບາດ​ອັນຕະລາຍ, ມີ​ຄວາມ​ສາມາດ​​ແຜ່​ລະບາດ​ອອກ​ຢ່າງ​ໄວວາ ​ແລະ ມີ​ອັດຕາ​ສ່ວນ​ຄົນ​ຕາຍ​ສູງ. ຕໍ່ໜ້າ​ເລື່ອງ​ພະຍາດ Ebola ຢູ່​ເຂດ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ພວມ​ແຜ່​ລະບາດອອກ​ຢ່າງ​ໄວວາ ​ແລະ ມີ​ເກືອບ 1000 ຄົນ​ເສຍ​ຊີວິດ​, ​ໃນ​ນັ້ນມີ​ພາລະ​ກອນ​ການ​ແພດ 200 ຄົນນັ້ນ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໂລກລະບາດ​ມີ​ໄພ​ແຊກ​ຊືມ​ເຂົ້າຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ຜ່ານ​ບັນດາ​ຖ້ຽວ​ບິນ​ມາ​ຫວຽດນາມ. ສະນັ້ນ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຕົກລົງ​ປະຕິບັດ​ໃບ​ແຈ້ງອາ​ການ​ສຸຂະພາບ​ສຳລັບ​ແຂກ​ເຂົ້າ​ເມືອງ​ຈາກ​ບັນດາ​ດ່ານ​ສາກົນ​ໄວ​ກ່ວາ​ແຜນການ. ທ່ານ​ເຈິ່ນດັກ​ຟູ, ຫົວໜ້າ​ກົມ​ການ​ແພດ​ສຳຮອງ​ໃຫ້​ຮູ້​ວ່າ:

   “​ເຖິງ​ວ່າ ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຮຽກຮ້ອງ​ບັນດາ​ແຂວງ​ນຳ​ໃຊ້​ໃບ​ແຈ້ງ​ອາການ​ຂຸ​ຂະ​ພາບໃນ​ວັນ​ທີ 15/8 ​ແຕ່​ຕໍ່ໜ້າ​ສະພາບ​ການ​ໂລກລະບາດ ​ແລະ ທ່ານ​ນາຍົກລັດຖະມົນຕີ​ໄດ້​ຈັດການ​ປະຊຸມ​ດ່ວນ ​ແລະ ຊີ້​ນຳ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​ວ່າ, ​ໃນ​ມື້​ນີ້, ດ່ານ​ສາກົນ​ເກືອບ​ທັງ​ໝົດ​ຕ້ອງ​ນຳ​ໃຊ້​ໃບ​ແຈ້ງອາການ​ສຸຂະພາບ. ຢູ່​ສະໜາມ​ບິນ ຕ້ອງ​ເບິ່ງ​ໜັງສືຜ່ານ​ແດນ​ວ່າ​ກໍລະນີ​ໃດ​ມາ​ຈາກ​ປະ​ເທດ​ມີ​ໂລກລະບາດ, ພວກ​ເຮົາ​ຈະ​ນຳ​ໃຊ້​ໃບ​ແຈ້ງ​ອາການ​ສຸຂະພາບ“./.

ຂ່າວ/ບົດ​ອື່ນ