ປະຕິບັດການຫັນລະບຽບການບໍລິຫານໃນຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມເປັນງ່າຍດາຍ

ປະຕິບັດການຫັນລະບຽບການບໍລິຫານໃນຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມເປັນງ່າຍດາຍ - ảnh 1
(ທ່ານລັດຖະມົນຕີ​ວ່າການກະຊວງຊັບພະຍາກອນ ​
ແລະ ສິ່ງ​ແວດ​ລ້ອມ​ ຫງວຽນ​ມິ​ງກວາງ)

(vovworld) - ປະຕິບັດ​ການ​ຫັນ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ເປັນ​ງ່າຍດາຍ. ນີ້​ແມ່ນ​ຈຸດປະສົງ​ຂອງ​ງານ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດກັບ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຄັ້ງ​ທຳ​ອິດ​ໃນ​ປີ 2015, ກ່ຽວ​ກັບ​ການ​ຍູ້​ໄວການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 4/6. ທ່ານລັດຖະມົນຕີ​ວ່າການກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ຫງວຽນ​ມິ​ງກວາງ ​ແລະ ບັນດາລັດຖະມົນຕີ​ຊ່ວຍ​ວ່າການ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ດັ່ງກ່າວ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານລັດຖະມົນຕີ​ ຫງວຽນ​ມິ​ງກວາງ ​ໃຫ້​ຮູ້​ວ່າ, ຜ່ານ​ງານ​ພົບ​ປະ​ແລກປ່ຽນ​ນີ້, ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວັງ​ວ່າ​ຈະ​ໂຄສະນາ, ​ເຜີຍ​ແຜ່​ນະ​ໂຍບາຍ, ກົດໝາຍ, ບັນດາ​ຂັ້ນ​ຕອນ​ລະບຽບ​ການ​ບໍລິຫານ​ກ່ຽວ​ກັບ​ຂົງ​ເຂດຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ວິ​ສາ​ຫະກິດ. ຜ່ານ​ບັນດາ​ຄຳ​ຖາມ​ໃນ​ງານ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ນີ້, ກະຊວງ ​ແລະ ບັນດາ​ພະ​ແນ​ກ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈະ​ສືບ​ຕໍ່​ປັບປຸງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ປະຕິບັດ​ການ​ຫັນ​ບັນດາ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຂະ​ແໜງ​ເປັນ​ງ່າຍດາຍ.

 

 

 

ຂ່າວ/ບົດ​ອື່ນ