ປະ​ຕິ​ບັດ​ການ​ແຍກ​ຕົວ ແລະ ຕ້ານ​ການ​ຕິດ​ເຊື້ອ​ພະ​ຍາດ Covid -19 ໃນ​ຮ​າກ​ຖານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ເຂັ້ມ​ງວດ

(VOVWORLD) - ຄະນະຊີ້ນຳແຫ່ງຊາດຢັ້ງຢືນວ່າ,ປັດຈຸບັນຄວາມສ່ຽງໃນການຕິດເຊື້ອ Covid – 19 ແມ່ນສູງທີ່ສຸດຈາກຜູ້ທີ່ເຂົ້າເມືອງມາ. ບັນດາທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບຕິດຕາມອາການສຸຂະພາບຂອງ ບັນດາກໍລະນີທີ່ເຂົ້າເມືອງໃນເວລາ 14 ວັນຕາມຂໍ້ກຳນົດ ແລະ ຮັກສາການປະຕິບັດແຍກຕົວເປັນເວລາ 14 ວັນ. 
ປະ​ຕິ​ບັດ​ການ​ແຍກ​ຕົວ ແລະ ຕ້ານ​ການ​ຕິດ​ເຊື້ອ​ພະ​ຍາດ Covid -19 ໃນ​ຮ​າກ​ຖານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ເຂັ້ມ​ງວດ - ảnh 1ພາບປະກອບ: thanhnien.vn

ໂດຍເປັນປະທານກອງປະຊຸມທາງອອນລາຍລະຫວ່າງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ກັບ 63 ແຂວງ, ນະຄອນ, ໃນຕອນເຊົ້າວັນທີ 3 ຕຸລາ, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ, 2 ບັນຫາສຳຄັນທີ່ສຸດໃນປັດຈຸບັນເຊິ່ງບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ນັ້ນແມ່ນ ການແຍກຕົວ ແລະຕ້ານການຕິດເຊື້ອພະຍາດ Covid -19 ໃນຮາກຖານສາທາລະນະສຸກ. ຄະນະຊີ້ນຳແຫ່ງຊາດຢັ້ງຢືນວ່າ,ປັດຈຸບັນຄວາມສ່ຽງໃນການຕິດເຊື້ອ Covid – 19 ແມ່ນສູງທີ່ສຸດຈາກຜູ້ທີ່ເຂົ້າເມືອງມາ. ບັນດາທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບຕິດຕາມອາການສຸຂະພາບຂອງ ບັນດາກໍລະນີທີ່ເຂົ້າເມືອງໃນເວລາ 14 ວັນຕາມຂໍ້ກຳນົດ ແລະ ຮັກສາການປະຕິບັດແຍກຕົວເປັນເວລາ 14 ວັນ. ທ່ານ ຫງວຽນແທັງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        30 ວັນທີ່ຜ່ານມາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງຕິດເຊື້ອ Covid – 19 ຢູ່ປະເທດເຮົາຍັງມີຢູ່ ຍ້ອນວ່າມັນສາມາດແຜ່ລາມຈາກກໍລະນີທີ່ເຂົ້າເມືອງຜິດກົດໝາຍ, ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ທີ່ສຸດ ນັບທັງກໍລະນີເຂົ້າເມືອງຖືກກົດໝາຍກໍ່ສາມາດນຳເອົາພະຍາດມາແຜ່ໃສ່ຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ