ປະຕິບັດຄຳໝັ້ນ ສັນຍາສາກົນ ແລະ ກົດໝາຍກ່ຽວກັບ ຄວາມສະເໝີພາບ ລະຫວ່າງຍິງຊາຍ

ປະຕິບັດຄຳໝັ້ນ ສັນຍາສາກົນ ແລະ ກົດໝາຍກ່ຽວກັບ ຄວາມສະເໝີພາບ ລະຫວ່າງຍິງຊາຍ - ảnh 1
( ພາບປະກອບ )
( vovworld ) - ການ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ວ່າ​ “ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ”  ​ໂດຍ​ກຳ​ມາທິການກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ ​ສົມທົບ​ກັບ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ​ແລະ ​ໂຄງການ​ໜູນຊ່ວຍ​​ປະຕິບັດ​ນະ​ໂຍບາຍ​ການຈັດ​ຕັ້ງ​ຖື​ກໄຂ​ຂື້ນ​​ໃນ​ວັນ​ທີ 5/3, ຢູ່ນະຄອນ ​ເກີນ​ເທີ. ການ​ສຳ​ມະ​ນາ​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ​ການ​ຮວ່ມມື​ລະຫວ່າງ​​ກຳມາທິການກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມຂອງ​ສະພາ​ແຫ່ງ​ຊາດກັບ​ອົງການ​ພັດທະນາ​ສາກົນ​ ກາ​ລາ​ດາ ( CIDA ) ​ໄດ້ອະນຸມັດ​ຜ່ານ​ໂຄງການໜູນ​​ຊ່ວຍ​ປະຕິບັດ​ນະ​ໂຍບາຍ. ​ໂຄງການ​ເພື່ອ​ແນ​ໃສ່​ໜູນຊ່ວຍ​ຊຸກຍູ້​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ​ຈຳ​ແນ​ກການ​ປະພຶດ​ທີ່​ມີ​ຕໍ່​ແມ່ຍິງຫວຽດນາມ, ສູ້​ຊົນ​ຮອດ​ປີ 2020, ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​​ກ່ຽວ​ກັບ​ກາລະ​ໂອກາດ, ການ​ເຂົ້າ​ຮ່ວມ ​ແລະ ຊົນ​ໃຊ້​ບັນດາຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມຢ່າງ​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ. ປະຈຸ​ບັນ​ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ຂື້ນ​ກັບ​ກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ​ເຊິ່​ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກປະຊາ​ຄົມ​​ໂລກກ່ຽວ​ກັບດັດ​ສະ​ນີ​ພັດທະນາ​ເພດ​ ເມື່ອ​ທຽບ​ໃສ່​​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ພັດທະນາ​ເຊັ່ນ​ດຽວ​ກັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວນ​ອອກສຽ​ງ​​​ໃຕ້ ​ແລະ ອາຊີ - ປາຊີ​ຟິກ.
ຂ່າວ/ບົດ​ອື່ນ