ປະຕິບັດນະໂຍບາຍກົດ ໝາຍກ່ຽວກັບການຫລຸດ ຜ່ອນຄວາມທຸກຍາກ ສຳລັບຊາວຊົນເຜົ່າສ່ວນໜ້ອຍ



ປະຕິບັດນະໂຍບາຍກົດ ໝາຍກ່ຽວກັບການຫລຸດ ຜ່ອນຄວາມທຸກຍາກ ສຳລັບຊາວຊົນເຜົ່າສ່ວນໜ້ອຍ - ảnh 1
ພາບປະກອບ:internet

 (vovworld)- ຕອນ​ເຊົ້າວັນ​ທີ 25/4, ຢູ່​ຮ່າ​ໂນ້ຍ, ສະພາ​ຊົນ​ເຜົ່າ ​ແລະ ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ ໄດ້​ຈັດ​ວາລະ​ປະຊຸມ, ຮັບ​ຟັງ​ຄະນະ​ກຳມະການ​ຊົນ​ເຜົ່າ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ອະພິປາຍ​ກ່ຽວ​ກັບການປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄລຍະ 2005-2012.

  ​ເນື້ອ​ໃນ​ວາລະ​ອະພິປາຍ​ແມ່ນ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອ​ບການ​ຊີ້​ນຳ​ນຳພາ, ຄຸ້ມ​ຄອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ໃນ​ການ ປະຕິບັດ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ ປະຕິບັດ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ທີ່​ມີ​ປະສິດທິ​ຜົນ​ກ່ວາ​ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອ​ຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ຫຼັງ​ປີ 2015-2020.

ຂ່າວ/ບົດ​ອື່ນ