ປະຕິບັດນະໂຍບາຍຕໍ່ການພັດທະນາຂອງແມ່ຍິງໃຫ້ເປັນຢ່າງດີກວ່າ

(VOVWORLD) -ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງ; ມອບລາງວັນແມ່ຍິງ ຫວຽດນາມ ແລະ ແມ່ຍິງ startup ປີ 2021.
ປະຕິບັດນະໂຍບາຍຕໍ່ການພັດທະນາຂອງແມ່ຍິງໃຫ້ເປັນຢ່າງດີກວ່າ - ảnh 1ພິທີມອບລາງວັນແມ່ຍິງ ຫວຽດນາມ ແລະ ແມ່ຍິງ startup ປີ 2021
(ພາບ: TTXVN)

ທີ່ພິທີ,  ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ, ແບບຢ່າງຂອງແມ່ຍິງທີ່ເປັນກຽດໄດ້ຮັບລາງວັນແມ່ຍິງຫວຽດນາມ ແລະ ແມ່ຍິງ startup ໃນປີ 2021 ນີ້ແມ່ນສິ່ງພິສູດໃຫ້ເຫັນກ່ຽວກັບການພັດທະນາຢ່າງບໍ່ຢຸດຢັ້ງໃນ 91 ປີຜ່ານມາຂອງສະຫະພັນແມ່ຍິງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງເອົາໃຈໃສ່, ປະຕິບັດນະໂຍບາຍຕໍ່ການພັດທະນາຂອງແມ່ຍິງເວົ້າລວມ ແລະ ແມ່ຍິງ startup ເວົ້າສະເພາະໃຫ້ດີກວ່າອີກ. ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ມີຫົວຄິດປະດິດສ້າງ, ເປີດກວ້າງການເຊື່ອມຕໍ່, ເປັນເຈົ້າການຮ່ວມມືກັບບັນດາກະຊວງ, ຂະແໜງການ, ວິສາຫະກິດ ເພື່ອຜັນຂະຫຍາຍແຜນຮ່າງ “ໜູນຊ່ວຍແມ່ຍິງ startup” ກວ່າອີກ, ຜ່ານນັ້ນ ນັບມື້ນັບມີຫຼາຍໝູ່ຄະນະ, ສ່ວນບຸກຄົນແມ່ນແມ່ຍິງ startup  ບັນລຸຜົນສຳເລັດ.

ລາງວັນແມ່ຍິງ ຫວຽດນາມ ປີນີ້ ໄດ້ມອບໃຫ້ແກ່ 6 ໝູ່ຄະນະ ແລະ 10 ສ່ວນບຸກຄົນດີເດັ່ນໃນຂົງເຂດເສດຖະກິດ, ການສຶກສາ, ວັດທະນະທຳ, ແພດສາດ, ວຽກງານສັງຄົມ ແລະ ພັດທະນາວົງຄະນະຍາດຊຸມຊົນ. ບັນດາຜົນງານດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມສະເໝີພາບຂອງແມ່ຍິງ ຫວຽດນາມ.

ເນື່ອງໃນໂອກາດນີ້,  ສະຫະພັນແມ່ຍິງ ຫວຽດນາມ ກໍໄດ້ຈັດພິທີມອບລາງວັນແມ່ຍິງ startup ປີ 2021, ເຊີດຊູ 24 ໂຄງການ startup ດີເດັ່ນຂອງແມ່ຍິງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ