ປະຕິບັດບົດບາດເປັນອົງການເສນາທິການຍຸດທະສາດຂອງສູນກາງໃນຂົງເຂດເສດຖະກິດ-ສັງຄົມໃຫ້ດີກວ່າ

ປະຕິບັດບົດບາດເປັນອົງການເສນາທິການຍຸດທະສາດຂອງສູນກາງໃນຂົງເຂດເສດຖະກິດ-ສັງຄົມໃຫ້ດີກວ່າ - ảnh 1
ທ່ານ ດິ​ງ​ເທ໋​ຮີງ ທີ່ກອງ​ປະ​ຊຸມ

 (vovworld) - ​ຕອນ​ເຊົ້າ​ວັນ​ທີ 11/1, ເມື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ​ທ່ານ ດິງ​ເທ໋​ຮິງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ສະ​ເໜີ​ວ່າ: ປີ 2017 ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ຕ້ອງ​ຍົກ​ສູງ​ນ້ຳ​ໃຈ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິກ​​ໃນ​ການ​ຄົ້ນ​ພົບ​ບັນ​ຫາ ແລະ ເປັນ​ເສ​ນາ​ທິ​ການ​​ໃຫ້​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ​ຢ່າງ​ທັນ​ການ, ​ມີບັນ​ດາ​ມາດ​ຕະ​ການ, ແຜນ​ນະ​ໂຍ​ບາຍ​ເພື່ອ​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​​ໃຫ້ເປັນ​ປົກ​ກະ​ຕິ, ຈຳ​ກັດ​ຜົນ​ກະ​ທົບ​ຈາກ​ສິ່ງ​ແວດ​ລ້ອມ​ພາຍນອກ​ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ. ທ່ານ ດິງ​ເທ໋​ຮິງ ​ຖື​ວ່າ ໃນ​ສະ​ພາບ​ການ​ປີ 2017 ຄາດ​ວ່າ​ສະ​ພາບ​ການ​ໂລກ​ ຈະ​ສືບ​ຕໍ່​ຜັນ​ແປ​ຢ່າງ​ສັບ​ສົນ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ຄວນ​ສຸມ​ໃສ່​​ປະ​ຕິ​ບັດ​ສຳ​ເລັດແຜນ​ຮ່າງ “ ສະຫຼຸບ 10 ປີ ( 2006-2016 ) ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄວ ແລະ ຍືນ​ຍົງ; ປ່ຽນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​​ໃນ​ຂົງເຂດ​ລັດ​ວິ​ສາ​ຫະ​ກິດ, ຫັນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ເປັນ​​ການ​ບໍ​ລິ​ການສັງ​ຄົມ ”, ແລະ ບັນ​ດາ​ແຜນ​ຮ່າງ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ( ຊຸດ​ທີ 12 ) ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ