ປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ2015ຢ່າງມີໄຊ

ປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ2015ຢ່າງມີໄຊ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
(ພາບ: Đức Tám/TTXVN)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 30/3, ​​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ລະຫວ່າງ​ກະຊວງກ່ຽວ​ກັບການ​ສົມທົບກັນ​ໃນ​ການ​ຄຸ້ມຄອງ ​ແລະ ບໍລິຫານ​ເສດຖະກິດມະຫາ​ພາກ​​ໃນໄຕ​ມາດທີ 1 ປີ 2015, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ເນັ້ນ​ໜັກວ່າ, ຄວາມເປັນປົກກະຕິ​ຂອງ​ເສດຖະກິດ​ມະຫາ​ພາກ​ ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ສຳລັບການ​ພັດທະນາ​ແບບຍືນຍົງຂອງ​ປະ​ເທດ​ຊາດ​. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ການປະຕິບັດ​​ບັນ​ດາ​ຄາດໝາຍ, ໜ້າ​ທີ່​ພັດທະນາ​​ເສດຖະກິດ -​ ສັງ​ຄົມທີ່​ໄດ້​ວາງ​ອອກ​ໃນປີ 2015 ຢ່າງມີໄຊ ອາດ​ຈະ​ເປັນໄປໄດ້, ​ໃນ​ນັ້ນ​ມີ​​ຄາດໝາຍລະດັບການ​ເຕີບໂຕບັນລຸ 6,2%; ການສົ່ງ​ອອກ​ເພີ່ມ​ຂຶ້ນ 10%; ຄວບຄຸມໄພ​ເງິນ​​ເຟີ້​ເປັນ​ຢ່າງ​ດີ, ຮັກສາອັດຕາ​ແລກປ່ຽນເງິນຕາ​ໄວ້​ຢ່າງ​ໝັ້ນຄົງ… ​ເພື່ອ​ບັນ​ລຸ​ໄດ້​ບັນດາ​ຄາດໝາຍທີ່​ໄດ້​ວາງ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​, ສື​ບຕໍ່​ປະຕິບັດ​ວຽກ​ງານ​ຄາດຄະເນ, ​ໄຈ້​ແຍກ, ຕີ​ລາຄາ​ສະ​ພາບ​ການເປັນ​ຢ່າງ​ດີ ​ເພື່ອ​ວາງ​ອອກ​ບັນດາ​ມາດ​ຕະການ​ທີ່ມີໄຫວ​ພິບ, ມີປະສິດທິ​ຜົນ; ​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ​​ກົນ​ໄກ, ນະ​ໂຍຍາຍ​ພັດທະນາ. ​ໄປ​ຄຽງ​ຄູ່ກັນນັ້ນ, ​ແມ່ນ​ການ​ຄວບຄຸມການ​ນຳ​ເຂົ້າ​ເປັນຢ່າງ​ດີ; ສືບ​ຕໍ່​ຮັກສາ​ອັດຕາ​ແລກປ່ຽນເງິນຕາ​ເປັນ​ປົກກະຕິ; ສົມທົບ​ກັນລະຫວ່າງ​ນະ​ໂຍຍາຍປີການ​​ເງິນ ​ແລະ ​ເງິນຕາ​ໃນ​ການ​ບໍລິຫານ​​ຢ່າງ​ແໜ້ນ​ແຟ້ນ, ຮັບປະກັນ​​ໃຫ້ເສດຖະກິດ​ມະຫາ​ພາກເປັນປົກກະຕິ… ນອກ​ນັ້ນ. ສືບ​ຕໍ່​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສ້າງ​ກົນ​ໄກ, ນະ​ໂຍບາຍ​ໜູນຊ່ວຍທີ່​ຈຳ​ເປັນ​ສຳລັບການ​ພັດທະນາ​ກະສິກຳ, ອຸດສາຫະກຳ; ຮັກສາ​ທ່າເຕີບໂຕຂອງ​ອຸດສາຫະກຳ. ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງ​ສະພາບແວດລ້ອມແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ; ​ເປີດ​ກ້ວາງ​ຕະຫຼາດຈຳໜ່າຍ​ກວ່າ​ອີກ ພິ​ເສດ​ແມ່ນ​ຕະຫຼາດ​ສົ່ງ​ອອກ.


ຂ່າວ/ບົດ​ອື່ນ