ປະຕິບັດພາລະກິດປ່ຽນໃໝ່ການສຶກສາແລະບຳລຸງສ້າງຮອບດ້ານໂດຍພື້ນຖານຢ່າງມີໄຊ

ປະຕິບັດພາລະກິດປ່ຽນໃໝ່ການສຶກສາແລະບຳລຸງສ້າງຮອບດ້ານໂດຍພື້ນຖານຢ່າງມີໄຊ - ảnh 1
( ພິທີ​ຍ້ອງຍໍ​ຊົມ​ເຊີຍ​ນັກຮຽນ​ໄດ້​ຮັບ​ລາງວັນ Olympic ສາກົນ )

(vovworld) – ​ ​ຕອນ​ຄ່ຳ​ວັນ​ທີ 30/11 ທີ່​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ນັກຮຽນ​ໄດ້​ຮັບ​ລາງວັນ Olympic ສາກົນ ​ແລະ ນັກຮຽນ​ດີ​ເດັ່ນ​ໃນ​ການ​ສອບ​ເສັງ​ມັດທະຍົມ​ຕອນ​ປາຍ​ແຫ່ງ​ຊາດ​ປີ 2015 ທີ່​ຈັດ​ຂຶ້ນ ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ປະຕິບັດ​ພາລະກິດ​ປ່ຽນ​ໃໝ່​​ການ​ສຶກສາ​ ແລະ​ ບຳລຸງ​ສ້າງ​ຮອບດ້ານ​ໂດຍ​ພື້ນຖານຢ່າງ​ມີ​ໄຊ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ​ບັນດາ​​ນັກຮຽນ​ທີ່ໄດ້​ຮັບ​ການ​ຍ້ອງຍໍຊົມ​ເຊີຍ ​ໃນ​ມື້​ນີ້ສືບ​ຕໍ່ມີ​ຫລາຍ​ຜົນງານພິຊິດຄວາມ​ຮູ້​ໃໝ່; ພ້ອມ​ທັງ ຫວັງ​ວ່າ: ພວກ​ນ້ອງ​ຈະສືບ​ຕໍ່ຢືນ​ຢັນ​ຕົນ​ເອງ ​ເພື່ອກໍ່ຮ່າງສ້າງຕົວ ສ້າງ​ອາຊີບ ແລະ ອຸທິດ​ສ່ວນ​ໃຫ້​ແກ່ການ​ພັດທະນາຂອງ​ປະ​ເທດ​ຊາດຢ່າງ​ຫລວງຫລາຍ. ​ໃນ​ໄລຍະ​ປ່ຽນ​ໃໝ່, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ: ບັນດາ​ຄູ​ອາຈານ ​ແລະ ທົ່ວ​ຂະ​ແໜງ​ການ​ສຶກສາ ຄວນ​ຖື​​ເອົາການ​ສຶກສາ - ບຳລຸງ​ສ້າງ​ເປັນ​ລັດຖະນະ​ໂຍບາຍ​​​ແຖວ​ໜ້າ, ຕ້ອງ​ເອົາ​ໃສ່​ໃຈ​ເປັນ​ພິ​ເສດ​​ເຖິງ​ການບຳລຸງ​ສ້າງ​ລຸ່ນໜຸ່ມ; ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ກ່ວາ​ອີກ, ພ້ອມ​ກັນ​ປະກອບ​ກຳລັງ​ເຫື່ອ​ແຮງ, ຄວາມ​ເກັ່ງ​ກ້າສາ​ມາດ, ພູມ​ປັນຍາ​ ເພື່ອນຳ​ພື້ນຖານການ​ສຶກສາ ຫວຽດນາມ ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ