ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນອາຊຽນ

(VOVWORLD) -ວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັບອົງການແຮງງານສາກົນ ( ILO) ຈັດຕັ້ງການໂອ້ລົມສົນທະນາ ປະກາດໂຄງການ “ຄວາມປອດໄພ ແລະ ຍຸຕິທຳ: ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນອາຊຽນ”.

ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນອາຊຽນ - ảnh 1 ການໂອ້ລົມສົນທະນາ ປະກາດໂຄງການ “ຄວາມປອດໄພ ແລະ ຍຸຕິທຳ:ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນ ອາຊຽນ"

(ພາບ: hanoimoi.com.vn)

ໂຄງການຄວາມປອດໄພ ແລະ ຍຸຕິທຳ: ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນ ອາຊຽນ (2018-2022) ນອນໃນຂໍ້ລິເລີ່ມພົ້ນເດັ່ນຂອງສະຫະພາບເອີຣົບ ແລະ ສະຫະປະຊາຊາດ ເພື່ອແນໃສ່ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຍິງ. ໂຄງການດັ່ງກ່າວ ມີການເຂົ້າຮ່ວມຂອງບັນດາອົງການລັດຖະບານຈາກບັນດາປະເທດສະມາຊິກອາຊຽນ ( ຢູ່ 10 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ).

        ພາຍໃນ 02 ວັນ ( ແຕ່ວັນທີ 10 – 11 ພຶດສະພາ), ການໂອ້ລົມສົນທະນາປະກາດໂຄງການ “ຄວາມປອດໄພ ແລະ ຍຸຕິທຳ: ປະຕິບັດສິດ ແລະ ກາລະໂອກາດຂອງແຮງງານຍິງອົບພະຍົບໃນພາກພື້ນອາຊຽນ” ໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນ: ແນະນຳລາຍການຄວາມປອດໄພ ແລະ ຍຸຕິທຳໂດຍສັງເຂບ; ບັນດາບຸລິມະສິດດ້ານກົດໝາຍ, ນະໂຍບາຍ ແລະອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ