ປະ​ຕິ​ບັດ​ສໍ​າ​ເລັດ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nano Covax ໄລ​ຍະ​ທີ 2

(VOVWORLD) -ວັກຊິນກັນພະຍາດໂຄວິດ - 19 Nano Covax ແມ່ນມີຄວາມປອດໄພພໍສົມຄວນ.
ປະ​ຕິ​ບັດ​ສໍ​າ​ເລັດ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nano Covax ໄລ​ຍະ​ທີ 2 - ảnh 1ວັກຊິນກັນພະຍາດໂຄວິດ - 19 Nano Covax ແມ່ນມີຄວາມປອດໄພພໍສົມຄວນ (ພາບ: TTXVN)

ພາຍຫຼັງຜັນຂະຫຍາຍສັກວັກຊິນກັນພະຍາດໂຄວິດ - 19 Nano Covax ໄລຍະທີ 2 ເປັນເວລາ 12 ວັນ, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ) ແລະ ສະຖາບັນ Pasteur ນະຄອນ ໂຮ່ຈີມິນ ໄດ້ສັກວັກຊິນໃຫ້ແກ່ຜູ້ອາສາສະໝັກ 560 ຄົນ, ປະຕິບັດສຳເລັດ 100% ເຂັມທຳອິດຂອງໄລຍະທີ 2 ນີ້ ແລະ ໃນເບື້ອງຕົ້ນໄດ້ຮັບການຕີລາຄາວ່າ: ວັກຊິນກັນພະຍາດໂຄວິດ - 19 Nano Covax ແມ່ນມີຄວາມປອດໄພພໍສົມຄວນ.  ປັດຈຸບັນ, ສຸຂະພາບຂອງຜູ້ອາສາສະໝັກທັງໝົດ ລ້ວນແຕ່ມີອາການເປັນປົກກະຕິ. ຄາດວ່າ, ພາຍຫຼັງ 28 ວັນຕໍ່ມາ, ຜູ້ອາສາສະໝັກ 560 ຄົນດັ່ງກ່າວ ຈະສືບຕໍ່ໄດ້ສັກວັກຊິນ Nano Covax  ເຂັມທີ 2. 

ຕອບກັບ

ຂ່າວ/ບົດ​ອື່ນ