ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 1700 ຄົນ ຢູ່ ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) -ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນປອດໄພ, ຈັດຖ້ຽວບິນ 6 ຖ້ຽວ ເພື່ອນຳສົ່ງພົນລະເມືອງ ຫວຽດນາມເກືອບ 1700 ຄົນກັບເມືອປະເທດ
ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 1700 ຄົນ ຢູ່ ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ພົນລະເມືອງ ຫວຽດນາມ ຢູ່ ສະໜາມບິນ ໂປໂລຍ ໃນວັນທີ 18 ມີນາ (ພາບ: VOV)

ຕາມກະຊວງການຕ່າງປະເທດຫວຽດນາມແລ້ວ, ໂດຍປະຕິບັດຕາມຄຳຊີ້ນຳຂອງການນຳພັກ, ລັດ ຫວຽດນາມ, ມາຮອດປັດຈຸບັນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນປອດໄພ, ຈັດຖ້ຽວບິນ 6 ຖ້ຽວ ເພື່ອນຳສົ່ງພົນລະເມືອງ ຫວຽດນາມເກືອບ 1700 ຄົນກັບເມືອປະເທດ ແລະ ພົນລະເມືອງນັບສິບໆຄົນໄດ້ກັບເມືອປະເທດໃນຖ້ຽວບິນການຄ້າ, ຮັບປະກັນການເປີດເຜີຍ, ໂປ່ງໃສ ແລະ ອຳນວຍຄວາມສະດວກທີ່ສຸດໃຫ້ແກ່ປະຊາຊົນ.

    ໄລ່ມາຮອດປັດຈຸບັນ, ການຍົກຍ້າຍພົນລະເມືອງໄດ້ປະຕິບັດສຳເລັດໂດຍພື້ນຖານແລ້ວ, ຕອບສະໜອງຄວາມມຸ່ງມາດປາດຖະໜາຢາກກັບເມືອປະເທດຂອງພໍ່ແມ່ປະຊາຊົນ ຫວຽດນາມ ເກືອບທັງໝົດ. ມີພໍ່ແມ່ປະຊາຊົນຈຳນວນໜຶ່ງທີ່ຖືສັນຊາດ ຫຼື ມີໜັງສືຖືກຕ້ອງຕາມກົດໝາຍ ໂດຍ ຢູແກຼນ ອອກໃຫ້ນັ້ນ ໄດ້ເປັນເຈົ້າການເລືອກໄປຢູ່ປະເທດອື່ນ. ປັດຈຸບັນ, ມີພໍ່ແມ່ຊາວຫວຽດນາມ ຈຳນວນໜຶ່ງເລືອກຢູ່ຕໍ່ ຢູແກຼນ ຍ້ອນເຫດຜົນສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ