ປະ​ຕິ​ບັດ​ສຳ​ເລັດ​ການ​ທົດ​ລອງ​ສັກ​ວັກຊິນ​​ Nano Covax ເຂັ້ມ​ທີ 2 ໄລ​ຍະ​ທີ 2

(VOVWORLD) - Nano Covax ແມ່ນ ວັກຊິນທຳອິດຂອງ ຫວຽດນາມ ໄດ້ນຳເຂົ້າການສັກທົດລອງຕໍ່ຄົນ ໂດຍໄດ້ຮັບການຄົ້ນຄ້ວາຈາກ ບໍລິສັດຫຸ້ນສ່ວນເຕັກໂນໂລຢີຊີວະວິທະນາການຢາ Nanogen.
ປະ​ຕິ​ບັດ​ສຳ​ເລັດ​ການ​ທົດ​ລອງ​ສັກ​ວັກຊິນ​​ Nano Covax ເຂັ້ມ​ທີ 2 ໄລ​ຍະ​ທີ 2 - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ວັນທີ 8 ເມສາ, ທ່ານຮອງສາດສະດາຈານ, ປ.ອ ຈືວັນເມັ້ນ, ຜູ້ອຳນວຍການສູນທົດລອງຕໍ່ຄົນ ແລະ ຊີວະວິທະຍາໃຫ້ຮູ້ວ່າ ຜູ້ອາສາສະໝັກ 554 ຄົນ ໄດ້ປະຕິບັດສຳເລັດການສັກວັກຊິນກັນໂຄວິດ  - 19 Nano Covax ເຂັມທີ 2 ໄລຍະທີ 2 ພາຍຫຼັງ 14 ວັນຜັນຂະຫຍາຍການສັກທົດລອງ.

ຄາດວ່າ, ພາຍຫຼັງລາຍງານໝາກຜົນເບື້ອງຕົ້ນຂອງການທົດລອງໃນເດືອນພຶດສະພາ ປີ 2021, ວິທະຍາຄານເສນາຮັກ ຈະລາຍງານຕໍ່ສະຊວງສາທາລະນະສຸກ ແລະ ສະພາຄຸນສົມບັດການແພດຊີວະວິທະຍາ ແຫ່ງຊາດ ພິຈາລະນາ, ຕີລາຄາບັນດາພື້ນຖານວິທະຍາສາດຂອງ ໄລຍະທີ 2. Nano Covax ແມ່ນ ວັກຊິນທຳອິດຂອງ ຫວຽດນາມ ໄດ້ນຳເຂົ້າການສັກທົດລອງຕໍ່ຄົນ ໂດຍໄດ້ຮັບການຄົ້ນຄ້ວາຈາກ ບໍລິສັດຫຸ້ນສ່ວນເຕັກໂນໂລຢີຊີວະວິທະນາການຢາ Nanogen.

ຕອບກັບ

ຂ່າວ/ບົດ​ອື່ນ