ປະ​ຕິ​ບັດ​ສຳ​ເລັດ​ຂັ້ນ​ຕອນ​ອອກ​ໃບ​ອຸ​ນະ​ຍາດ ຜະ​ລິດວັກ​ຊິນ ແລະ ​ຜະ​ລິດ​ຕະ​ພັນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໄດ້ສະຫຼຸບວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ໃນຂະນະໂລກລະບາດໄດ້ແຜ່ລະບາດໃນຊຸມຊົນແລ້ວ... 
ປະ​ຕິ​ບັດ​ສຳ​ເລັດ​ຂັ້ນ​ຕອນ​ອອກ​ໃບ​ອຸ​ນະ​ຍາດ ຜະ​ລິດວັກ​ຊິນ ແລະ ​ຜະ​ລິດ​ຕະ​ພັນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ວັກຊິນກັນໂຄວິດ - 19 Nanocovax (ພາບ: TTXVN)

ປະຕິບັດສຳເລັດເອກະສານພິຈາລະນາ ການອອກໃບອະນຸຍາດວັກຊິນ Nanocovax ໂດຍດ່ວນ, ໜູນຊ່ວຍວິສາຫະກິດ ປະຕິບັດສຳເລັດຂັ້ນຕອນທົດລອງ ຢາຕ້ານ ໄວຣັດ Molnupiravir ໂດຍໄວ… ແມ່ນເນື້ອໃນຂອງການປະກາດສະຫຼຸບຂອງທ່າານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມກ່ຽວກັບການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ທົດລອງສັກວັກຊິນຕໍ່ຄົນໃນການຜະລິດວັກຊິນ, ຢຸກຢາ, ຜະລິດຕະພັນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທີ່ການປະກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະຫຼຸບວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ໃນຂະນະໂລກລະບາດໄດ້ແຜ່ລະບາດໃນຊຸມຊົນແລ້ວ... ຫວຽດນາມ ຕ້ອງເປັນເຈົ້າການກະກຽມເພື່ອມຸ່ງໄປເຖິງການຮ່ວມດຳລົງກັບໄວຣັດ SASR-CoV-2 ຢ່າງປອດໄພ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກໜູນຊ່ວຍບັນດາໜ່ວຍງານຄົ້ນຄວ້າວັກຊິນກັນໂຄວິດ - 19 ໃນການປະຕິບັດສຳເລັດ, ເພີ່ມເຕີມເອກະສານສົ່ງໄປຍັງສະພາຄຸນສົມບັດ, ສະພາອອກໃບອະນຸດຍາດ ພິຈາລະນະການອອກໃບອະນຸດຍາດ ໂດຍດ່ວນ, ໃນສະເພາະໜ້າແມ່ນວັກຊິນ Nanocovax, ໜູນຊ່ວຍວິສາຫະກິດປະຕິບັດສຳເລັດຂັ້ນຕອນທົດລອງຢາຕ້ານໄວຣັດ Molnupiravir ໂດຍໄວ, ມີວິທີການຮັບປະກັນກຽມພ້ອມຈຳນວນຢາປິ່ນປົວ ຕອບສະໜອງບັນດາກໍລະນີ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເພີ່ມຂຶ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ