ປະຕິບັດເປົ້າໝາຍການເຕີບໂຕຕິດພັນກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການຄວບຄຸມໄພເງິນເຟີ້ຢ່າງສະເໝີຕົ້ນສະເໝີປາຍ

(VOVWORLD) -ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມ ສະໄໝສາມັນປະຈຳເດືອນ ກຸມພາຂອງລັດຖະບານ
ປະຕິບັດເປົ້າໝາຍການເຕີບໂຕຕິດພັນກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການຄວບຄຸມໄພເງິນເຟີ້ຢ່າງສະເໝີຕົ້ນສະເໝີປາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

     ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ, 3 ແຜນງານເປົ້າໝາຍແຫ່ງຊາດ, ການເບີກຈ່າຍເງິນລົງທຶນສາທາລະນະ; ບັນດາຈຸດສຸມຂອງການຊີ້ນໍາໃນເດືອນມີນາແລະໄລຍະທີ່ຈະມາເຖິງ.

        ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ສະພາບເສດຖະກິດ ແລະ ສັງຄົມໃນເດືອນ ກຸມພາສືບຕໍ່ມີທ່າອ່ຽງຟື້ນຕົວຢ່າງຕັ້ງໜ້າ, ໂດຍລວມແລ້ວ, 2 ເດືອນຕົ້ນປີ, ບັນດາຂົງເຂດບັນລຸໄດ້ໝາກຜົນດີເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ເສດຖະກິດມະຫາພາກມີຄວາມໝັ້ນຄົງ, ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ການດຸ່ນດ່ຽງທີ່ສຳຄັນໄດ້ຮັບການຮັບປະກັນ.

ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງການ, ປະທານຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ ຕ້ອງສືບຕໍ່ຊາບຊຶມ ແລະ ຜັນຂະຫຍາຍປະຕິບັດບັນດາໜ້າທີ່, ວິທີແກ້ໄຂຕາມການສະຫຼຸບຂອງ ສູນກາງພັກ ແລະ ກົມການເມືອງ ຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ພິເສດແມ່ນການຊີ້ນຳຂອງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ, ມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານ. ຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີລັກສະນະຕັ້ງໜ້າ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ຮັບປະກັນປະສິດທິຜົນໃນການຊີ້ນຳບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ