ປະຕິຮູບລະບອບນະໂຍບາຍ,ສ້າງການລະບຽບວິໄນຕະຫລາດເພື່ອປັບປຸງຄຸນນະພາບການເຕີບໂຕ

ປະຕິຮູບລະບອບນະໂຍບາຍ,ສ້າງການລະບຽບວິໄນຕະຫລາດເພື່ອປັບປຸງຄຸນນະພາບການເຕີບໂຕ - ảnh 1
​ທ່ານ ເຈືອງ​ດີງ​ຕວຽນ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຂັ້ນ​ສູງ
ພາບ:vietbao.vn

(vovworld)- ປະ​ຕິ​ຮູບລະ​ບອບ​ນະ​ໂຍ​ບາຍ,ສ້າງ​​ລະ​ບຽບ​ວິ​ໄນ​ຕະ​ຫລາດ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ນີ້​ແມ່ນ​ສອງ​ໃນ​ຫລາຍ​ຄຳ​​ສະ​ເຫນີ ຊຶ່ງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຍົກ​ອອກ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ກາດ​ໝາກ​ຜົນ​ການ​ປະ​ຕິ​ຮູບ​ພັດ​ທະ​ນາ​ປີ 2014 ແລະ ບາງ​ບັນ​ຫາ​ນະ​ໂຍ​ບາຍ 2015-2016 ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 11/02 ຢູ່ ຮ່າ​ໂນ້ຍ.

        ຕາມ​ບົດ​ລາຍ​ງານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຖືກ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ ແລ້ວ, ເພື່ອ​ຮັກ​ສາ​ຜົນ​ງານ​ການ​ເຕີບ​ໂຕທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຫວ່າງ​ແລ້ວນີ້, ຫວຽດ​ນາມ ຕ້ອງ​ເພີ່​ມ​ລະ​ດັບ​ການ​ເຕີບ​ໂຕ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂຶ້ນ​ທົບ 1,5 ເທົ່າ. ເຖິງວ່າ ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ໄດ້​ຮັບ​ການ​ເປີດກວ້າງ​ກໍ​ຕາມ ແຕ່​ເພື່ອ​ປະ​ຕິ​ບັດ​ການ​ຫັນ​ບັນ​ດາ​ການ​ກະ​ທົບ​ຈາກການ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ​ທ່ານ ເຈືອງ​ດີງ​ຕວຽນ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຂັ້ນ​ສູງ ຖື​ວ່າ: ຄວນ​ສຸມ​ໃສ່​ການ​ປະ​ຕິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ປ່ຽນ​ໃຫມ່​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດກວ່າ.

         “ບັນ​ຫາ​ຕົ້ນ​ຕໍ ຕ້ອງ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ຢ່າງ​ແຮງ. ຖ້າ​ຫາກບໍ່​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ, ປະ​ສິດ​ທິ​ຜົນ​ຂອງ​ການ​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຖືກ​ຈຳ​ກັດ,ບາງ​ເທື່ອ​ຖືກ​ຕ່າວ​ປີ້ນ ປະ​ສິດ​ທິ​ຜົນ​ຂອງ​ມັນ​ຄ່ອຍໆ​ຖືກ​ເສຍ​ໄປ ແລະ ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ພວກ​ເຮົາ​ຕ່ຳ. ພວກ​ເຮົາ​ຕ້ອງ​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ການ​ຕະ​ຫລາດ ແລະ ສະ​ພາບ​ແວດ​ລ​້ອມ​ການ​ແກ້ງ​ແຍ້ງ, ນັ້ນ​ແມ່ນ​ກຳ​ລັງ​ດັນ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຕ້ອງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່.”

 

ຂ່າວ/ບົດ​ອື່ນ