ປະຕິຮູບລະບຽບການບໍລິຫານ - ກຸນແຈສຳຄັນ ເພື່ອປະຕິບັດ EVFTA ໃຫ້ສຳເລັດຜົນ

(VOVWORLD) - ຕອນເຊົ້າວັນທີ 30 ມິຖຸນາ, ກອງປະຊຸມເຈລະຈາກັບບັນດາວິສາຫະກິດ ເອີຣົບ ຢູ່ ຫວຽດນາມ ໄດ້ດຳເນີນຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ທ່ານ Nicolas Audier ປະທານສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (Eurocham). 
ປະຕິຮູບລະບຽບການບໍລິຫານ - ກຸນແຈສຳຄັນ ເພື່ອປະຕິບັດ EVFTA ໃຫ້ສຳເລັດຜົນ - ảnh 1ກອງປະຊຸມເຈລະຈາກັບບັນດາວິສາຫະກິດ ເອີຣົບ ຢູ່ ຫວຽດນາມ 

  ດ້ວຍຫົວຂໍ້ວ່າ “ການປະຕິຮູບຂໍ້ກຳນົດບໍລິຫານ: ກຸນແຈປະຕິບັດ EVFTA ໃຫ້ສຳເລັດຜົນ”, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການປະຕິຮູບດ້ານບໍລິຫານ ກ່ອນທີ່ສັນຍາການຄ້າເສລີລະຫວ່າງສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ (EVFTA) ມີຜົນສັກສິດນັບແຕ່ວັນທີ 01 ສິງຫາ ເປັນຕົ້ນໄປ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nicolas Audier  ປະທານ Eurocham ຢືນຢັນວ່າ:

        “EVFTA  ຈະຊ່ວຍໃຫ້ພວກເຮົາ ຍູ້ແຮງການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍກ່ວາອີກ. ເພື່ອສາມາດສືບຕໍ່ພັດທະນາບັນດາຮູບການການຄ້າລົງທຶນທົ່ວໂລກ, ດຶງດູດການລົງທຶນເຂົ້າ ຫວຽດນາມ, ພວກເຮົາຄວນເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດກ່ວາອີກ. ນັ້ນແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ເສດຖະກິດຂອງ ຫວຽດນາມ ແລະ ສາມາດແກ້ໄຂໄດ້ບັນດາບັນຫາໃນປັດຈຸບັນ.

ສະແດງຄວາມຫວັງຕໍ່ການຮ່ວມມືໃນອະນາຄົດລະຫວ່າງ 2 ຝ່າຍ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ:

        “ດ້ວຍພື້ນຖານໝັ້ນຄົງພາຍຫລັງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ເລື່ອງຜັນຂະຫຍາຍສັນຍາ EVFTA ແລະ ໃນໄລຍະຈະມາເຖິງແມ່ນ EVIPA ຈະສ້າງຂອບເຂດເປັນປົກກະຕິ, ຍາວນານ ແນໃສ່ຫັນຄວາມສາມາດບົ່ມຊ້ອນການຮ່ວມມືໃຫ້ດີທີ່ສຸດ, ນຳການພົວພັນເສດຖະກິດ - ການຄ້າ - ການລົງທຶນໃຫ້ສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ”.

        ທີ່ກອງປະຊຸມ, ບັນດາວິສາຫະກິດໄດ້ແບ່ງປັນຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນການພັດທະນາບັນດາຂະແໜງການ, ຂົງເຂດເສດຖະກິດຄື: ການເຕີບໂຕຂຽວ, ພາສີ, ສາທາລະນະສຸກ, ເຄື່ອງສຳອາງ…

ຕອບກັບ

ຂ່າວ/ບົດ​ອື່ນ