ປະທານ COP27 ກ່າວເຕືອນເຖິງສິ່ງກີດຂວາງສຳລັບເປົ້າໝາຍຈຳກັດຄວາມອຸ່ນຂຶ້ນໃນທົ່ວໂລກ

(VOVWORLD) - ເປົ້າໝາຍຈຳກັດຄວາມອຸ່ນຂຶ້ນຂອງທົ່ວໂລກຢູ່ໃນລະດັບ 1,5 ອົງສາ C ພວມກາຍເປັນ “ບອບບາງກ່ວາ”. 
ປະທານ COP27 ກ່າວເຕືອນເຖິງສິ່ງກີດຂວາງສຳລັບເປົ້າໝາຍຈຳກັດຄວາມອຸ່ນຂຶ້ນໃນທົ່ວໂລກ - ảnh 1ເຂດທົ່ງນາຖືກແຫ້ງແລ້ງຍ້ອນການປ່ຽນແປງຂອງດິນຟ້າອາກາດ

ບົດຕອບສຳພາດຕໍ່ສື່ມວນຊົນສາກົນ, ທ່ານ Sameh Shoukry, ລັດຖະມົນຕີການຕ່າງປະເທດ ອີຢິບ - ປະທານໄດ້ຮັບການບົ່ງຕົວຢູ່ກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ໄດ້ກ່າວເຕືອນວ່າ: ເປົ້າໝາຍຈຳກັດຄວາມອຸ່ນຂຶ້ນຂອງທົ່ວໂລກຢູ່ໃນລະດັບ 1,5 ອົງສາ C ພວມກາຍເປັນ “ບອບບາງກ່ວາ”. ທ່ານ Sameh Shoukry ຖືວ່າ: ເລື່ອງສ້າງຂໍ້ຕົກລົງກ່ຽວກັບພູມອາກາດຢູ່ ກອງປະຊຸມ COP27 ຢູ່ນະຄອນ Sharm El-Sheikh ຂອງປະເທດ ອີຢິບ ໃນເດືອນໜ້າຈະປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາເມື່ອທຽບໃສ່ບັນດາການເຈລະຈາຄັ້ງກ່ອນໆ, ຍ້ອນພື້ນຖານເສດຖະກິດທົ່ວໂລກພວມຖືກຜົນສະທ້ອນຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ.

        ຕາມທ່ານ Sameh Shoukry ແລ້ວ, ຂໍ້ຕົກລົງທີ່ບັນລຸໄດ້ຢູ່ COP26 ຢູ່ Glasgow (ລາຊະອານາຈັກ ອັງກິດ) ໃນປີກາຍຖືກຈາງໄປຍ້ອນບັນດາເຫດການມໍ່ໆມານີ້. ແຕ່ເຖິງຢ່າງໃດກໍ່ຕາມ, ໂດຍເປັນປະເທດເຈົ້າພາບ COP27, ຍາມໃດ ອີຢິບ ກໍ່ຮັກສາຄວາມຫວັງ ແລະ ການສຸມໃສ່, ພ້ອມທັງພະຍາຍາມແຍກວິວັດການເຈລະຈາດ້ານພູມອາກາດ ອອກຈາກບັນດາບັນຫາຢູ່ພາຍນອກ ທີ່ບໍ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ