ປະທານ EC ກະຕຸກຊຸກຍູ້ທ່ານປະທານາທິບໍດີ Donald Trump ເຊື່ອມຕໍ່ການເຈລະຈາດ້ານການຄ້າ ອີຢູ - ອາເມລິກາ ຄືນໃໝ

(VOVWORLD) - ວັນທີ 14 ມີນາ, ທ່ານປະທານສະພາເອີຣົບ (EC) Donald Tusk ຖືວ່າ:
ປະທານ EC ກະຕຸກຊຸກຍູ້ທ່ານປະທານາທິບໍດີ Donald Trump ເຊື່ອມຕໍ່ການເຈລະຈາດ້ານການຄ້າ ອີຢູ - ອາເມລິກາ ຄືນໃໝ - ảnh 1ທ່ານປະທານສະພາເອີຣົບ (EC) Donald Tusk   ພາບ: THX/TTXVN

ສະຫະພາບ ເອີຣົບ (ອີຢູ) ແລະ ອາເມລິກາ ຄວນເຊື່ອມຕໍ່ການເຈລະຈາດ້ານການຄ້າຄືນໃໝ່ ທີ່ຖືກໂຈະໄວ້ລະຫວ່າງ 2 ຝ່າຍ, ປຽບເໝືອນເສັ້ນທາງໜຶ່ງ ເພື່ອປັດເຂ່ຍບັນດານັກຜະລິດ ເອີຣົບ ໃຫ້ອອກຈາກແຜນການຂອງທ່ານປະທານາທິບໍດີ Donald Trump ທີ່ຈັດວາງພາສີສຳລັບປະເພດສິນຄ້າເຫຼັກກ້າ ແລະ ອາລູມີນຽມ ນຳ ເຂົ້າ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫລວງ Helsinki (ແຟັງລັງ), ທ່ານ Tusk ກ່າວວ່າ “ເມື່ອທ່ານປະທານາທິບໍດີ (Donald Trump) ຈົ່ມພືມພ່ຳວ່າ ມີພາສີອາກອນຫລາຍຊະນິດໂພດ ທີ່ຈັດວາງສຳລັບສິນຄ້າ ອີຢູ ແລະ ອາເມລິກາ. ພວກຂ້າພະເຈົ້າກໍ່ບໍ່ມີຄວາມເພິ່ງພໍໃຈ. ນັ້ນແມ່ນສາຍເຫດ ທີ່ວ່າເປັນຫຍັງ ຫ່າງຈາກນີ້ 2,3 ປີ ພວກຂ້າພະເຈົ້າຈຶ່ງໄດ້ເລີ່ມເຄື່ອນໄຫວບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ. ພວກເຮົາຄວນກັບຄືນສູ່ການເຈລະຈາໃນທັນທີ. ຈົ່ງກໍ່ສ້າງການຄ້າ ແຕ່ບໍ່ແມ່ນສົງຄາມ”.

ຕອບກັບ

ຂ່າວ/ບົດ​ອື່ນ