ປະທານ EC ສະເໜີບັນດາມາດຕະການຈຳກັດຊາວອົບພະຍົບຜິດກົດໝາຍ

(VOVWORLD) - ທ່ານ Donald Tusk, ໄດ້ສະເໜີບັນດາມາດຕະການໃໝ່ເພື່ອເພີ່ມທະວີກຳລັງຢູ່ຊາຍແດນພາຍນອກ, ໃນນັ້ນ, ມີການສ້າງຕັ້ງບັນດາສູນຕ້ອນຮັບຊາວອົບພະຍົບຈາກ ອາບຟຣີກາ ເໜືອ.

ປະທານ EC ສະເໜີບັນດາມາດຕະການຈຳກັດຊາວອົບພະຍົບຜິດກົດໝາຍ - ảnh 1

 ທ່ານ Donald Tusk, ປະທານສະພາເອີລົບ (EC)

(ພາບ: AFP/TTXVN.)

ວັນທີ 27 ມິຖຸນາ, ທ່ານ Donald Tusk, ປະທານສະພາເອີລົບ (EC) ໄດ້ກ່າວເຕືອນບັນດາການນຳ ສະຫະພາບເອີລົບ (EU) ວ່າຍັງມີເວລາໜ້ອຍທີ່ສຸດເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ປະຊາຊົນກ່ຽວກັບເລື່ອງ EU ອາດຈະຄວບຄຸມບັນຫາຊາວອົບພະຍົບກ່ອນທີ່ບັນດານັກການເມືອງປະຊານິຍົມມີໂອກາດຍາດໄດ້ໄຊຊະນະໃນແນວໂຮມນີ້. ໃນຈົດໝາຍເຊື້ອເຊີນບັນດາການນຳ EU ເຂົ້າຮ່ວມກອງປະຊຸມສຸດຍອດທີ່ຈັດຕັ້ງໃນວັນທີ 28 – 29 ມິຖຸນາ ນີ້, ທ່ານ Donald Tusk, ໄດ້ສະເໜີບັນດາມາດຕະການໃໝ່ເພື່ອເພີ່ມທະວີກຳລັງຢູ່ຊາຍແດນພາຍນອກ, ໃນນັ້ນ, ມີການສ້າງຕັ້ງບັນດາສູນຕ້ອນຮັບຊາວອົບພະຍົບຈາກ ອາບຟຣີກາ ເໜືອ.

        EU ໄດ້ຫລຸດຈຳນວນຊາວອົບພະຍົບຜິດກົດໝາຍຜ່ານເຂດຊາຍແດນລົງໄດ້ 96% ເມື່ອທຽບໃສ່ໄລຍະມີຈຳນວນສູງສຸດໃນປີ 2015 ເມື່ອ ເອີລົບ ຕ້ອງປະເຊີນໜ້າກັບວິກິດການຊາວອົບພະຍົບໜັກໜ່ວງທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີ 2. ເພື່ອແນໃສ່ເພີ່ມທະວີເສັ້ນຊາຍແດນຢູ່ທາງນອກ, ປະທານ EC ໄດ້ສະເໜີກອງປະຊຸມສຸດຍອດວ່າຈະຮັບຮອງເອົາບັນດາເຂດກ່ຳປັ່ນເຂົ້າທຽບທ່າຢູ່ນອກເອີລົບ ເພື່ອແບ່ງແຍກບັນດາຊາວອົບພະຍົບຢ່າງແທດຈິງ ແລະ ບັນດາຜູ້ອົບພະຍົບຍ້ອນເສດຖະກິດ ເພື່ອອາດຈະສົ່ງບັນດາຜູ້ອົບພະຍົບຍ້ອນເສດຖະກິດກັບຄືນປະເທດເຂົາເຈົ້າໃຫ້ຖືກຕ້ອງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ