ປະທານ EC ແລະ ນາຍົກລັດຖະມົນຕີອັງກິດ ມີການພົບປະທີ່ມີລັກສະນະສ້າງສັນ

(VOVWORLD) -ຄາດວ່າທ່ານປະທານຄະນະກໍາມະການເອີຣົບ (EC) Jean – Claude Juncker ແລະ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຈະພົບປະກັນຄັ້ງໃໝ່ກ່ອນທ້າຍເດືອນນີ້ ເພື່ອຕີລາຄາ ວິວັດທະນາການເຈລະຈາກ່ຽວກັບ ເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ)

ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງການພົບປະລະຫວ່າງ ທ່ານປະທານຄະນະກໍາມະການເອີຣົບ (EC) Jean – Claude Juncker ແລະ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃນວັນທີ 20 ກຸມພາ, ສອງຝ່າຍໄດ້ໃຫ້ຮູ້ວ່າ ເຂົາເຈົ້າໄດ້ມີການເຮັດວຽກທີ່ມີລັກສະນະ ສ້າງສັນໃນຕອນຄໍ່າຂອງວັນດຽວກັນ ຢູ່ ບຣຸກແຊນ ແລະ ຄາດວ່າ ຈະພົບປະກັນຄັ້ງໃໝ່ກ່ອນທ້າຍເດືອນນີ້ ເພື່ອຕີລາຄາ ວິວັດທະນາການເຈລະຈາກ່ຽວກັບ ເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit.

        ການນໍາສອງທ່ານ ກໍບໍ່ໄດ້ເຕື້ອງເຖິງການປ່ຽນແປງໃດໆ ສໍາລັບຂໍ້ຕົກລົງຖອນຕົວ ອອກຈາກ ອີຢູ ທີ່ໄດ້ເຈລະຈາລະຫວ່າງ ລັດຖະບານ ອັງກິດ ແລະ ອີຢູ, ເຊິ່ງພຽງແຕ່ເວົ້າເຖິງ ຄວາມອາດສາມາດໃນການຍົກອອກມາດຕະການທົດແທນ ຫຼື ປ່ຽນແປງຖະແຫຼງການ ການເມືອງໄປພ້ອມ. ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ບັນດາມາດຕາໃນຂໍ້ຕົກລົງ Brexit ແມ່ນ ສິ່ງກີດຂວາງຊົ່ວຄາວ ແລະ ຖືວ່າ ບັນດາການປຶກສາຫາລືທີ່ຫາກໍດໍາເນີນໄປນັ້ນ ໄດ້ສຸມໃສ່ມາດຕາດັ່ງກ່າວເປັນຕົ້ນຕໍ ເພື່ອແນໃສ່ຍົກອອກວິທີຮັບປະກັນທີ່ສອດຄ່ອງກັບກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ