ປະ​ທານ IOC ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ກະ​ກຽມຈັດ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ຂອງ ຍີ່​ປຸ່ນ

(VOVWORLD) -   ທ່ານ Thomas Bach ໄດ້ຍ້ອງຍໍຊົມເຊີຍ ຍີ່ປຸ່ນ ທີ່ໄດ້ພະຍາຍາມຫັນ ໂຕກຽວ ກາຍເປັນສະຖານທີ່ຈັດຕັ້ງ Olympic ໄດ້ດີທີ່ສຸດໃນປະຫວັດສາດ. 

  ໂຕກຽວ ແມ່ນນະຄອນເຈົ້າພາບທີ່ມີ “ການຫ້າງຫາກະກຽມດີທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Thomas Bach ປະທານຄະນະກຳມະການ Olympic ສາກົນ (IOC) ໃນວັນທີ 13 ກໍລະກົດ, ໃນການພົບປະກັບທ່ານນາງ Seiko Hashimoto, ຫົວໜ້າຄະນະຈັດຕັ້ງ Olympic Tokyo 2020.

ປະ​ທານ IOC ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ກະ​ກຽມຈັດ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ຂອງ ຍີ່​ປຸ່ນ - ảnh 1ທ່ານ Thomas Bach ປະທານຄະນະກຳມະການ Olympic ສາກົນພົບປະກັບເຈົ້າໜ້າທີ່ ຄະນະຈັດຕັ້ງ Olympic Tokyo 2020 (ພາບ: Reuters)
ກ່ອນໜ້ານັ້ນ, ໃນກອງປະຊຸມຖະແຫຼງຂ່າວ, ທ່ານ Thomas Bach ໄດ້ຍ້ອງຍໍຊົມເຊີຍ ຍີ່ປຸ່ນ ທີ່ໄດ້ພະຍາຍາມຫັນ ໂຕກຽວ ກາຍເປັນສະຖານທີ່ຈັດຕັ້ງ Olympic ໄດ້ດີທີ່ສຸດໃນປະຫວັດສາດ. ເຖິງວ່າຖືກຜົນກະທົບບໍ່ໜ້ອຍຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ ໂຕກຽວ ຍັງພະຍາຍາມຮັບມື ແລະ ດັດປັບໃຫ້ສອດສ່ອງກັບແຕ່ລະໄລຍະ.

ໃນບົດກ່າວປາໄສໃນວັນດຽວກັນ, ຜູ້ວ່າການ ໂຕກຽວ Yuriko Koike ຢັ້ງຢືນວ່າ ນະຄອນນີ້ ມີຄວາມສາມາດຢ່າງພຽງພໍເພື່ອຈັດຕັ້ງງານມະຫາກຳກິລາ Olympic ໄດ້ຢ່າງປອດໄພ ແລະ ຮັບປະກັນຄວາມສະຫງົບໃນ 10 ວັນຈະມາເຖິງກ

ຄາດວ່າ ຈະມີນັກກິລາ 11.000 ຄົນ ເຂົ້າຮ່ວມງານມະຫາກຳກິລາ Olympic Tokyo 2020 ພ້ອມດ້ວຍ ເຈົ້າໜ້າທີ່, ກຳມະການ, ນັກຂ່າວ ປະມານ 10.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ