ປະທານ PVEP ຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE

(VOVWORLD) -ລາຍການເຄື່ອນໄຫວຂອງສະພາອາຍຸການ 2019 – 2024 ຈະເອົາໃຈໃສ່ເພີ່ມທະວີການພົວພັນແລກປ່ຽນ, ແບ່ງປັນບົດຮຽນ ແລະ ຊອກຫາກາລະໂອກາດຮ່ວມມື, ລົງທຶນກັບບັນດາປະເທດສະມາຊິກ

ປະທານ PVEP ຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE - ảnh 1ພິທີມອບຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE

(ພາບ: Petrovietnam.vn) 

ຕອນຄ່ຳວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມຄັ້ງທີ 45 ສະພານ້ຳມັນອາຍແກັດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASCOPE), ໄດ້ດຳເນີນພິທີມອບຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE ລະຫວ່າງບໍລິສັດນ້ຳມັນອາຍແກັດແຫ່ງຊາດໄທ (PTT) ແລະ ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (Petro Vietnam). ທ່ານປະລິນຍາເອກ ເຈິ່ນຮົ່ງນາມ, ປະທານກຸ່ມບໍລິສັດໃຫຍ່ສຳຫຼວດ, ຂຸດຄົ້ນອາຍແກັດ (PVEP) ໄດ້ເປັນກຽດດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE ອາຍຸການ 2019 – 2024.

        ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນຮົ່ງນາມ, ເລຂານຸການໃຫຍ່ ASCOPE ໃຫ້ຮູ້ວ່າ, ລາຍການເຄື່ອນໄຫວຂອງສະພາອາຍຸການ 2019 – 2024 ຈະເອົາໃຈໃສ່ເພີ່ມທະວີການພົວພັນແລກປ່ຽນ, ແບ່ງປັນບົດຮຽນ ແລະ ຊອກຫາກາລະໂອກາດຮ່ວມມື, ລົງທຶນກັບບັນດາປະເທດສະມາຊິກໃນພາກພື້ນທີ່ມີລະດັບເຕີບໂຕຄວາມຕ້ອງການພະລັງງານຂຶ້ນເຖິງ 60% ໃນໄລຍະ 15 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ