ປະທານ ກູບາ ຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ

(VOVWORLD) - ວັນທີ 01 ພະຈິກ, ທ່ານ Miguel Diaz-Canel ປະທານສະພາແຫ່ງລັດ ແລະ ລັດຖະມົນຕີ ກູບາ ໄດ້ໄປຮອດ ມົດສະກູ ແລະ ເລີ່ມຕົ້ນການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການແຕ່ວັນທີ 01 – 03 ພະຈິກ.
ປະທານ ກູບາ ຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ - ảnh 1 ທ່ານ Miguel Diaz-Canel ປະທານສະພາແຫ່ງລັດ ແລະ ລັດຖະມົນຕີ ກູບາ  (ພາບ:  Sputnik)

ສື່ເອເລັກໂຕນິກທາງການ Cubadebate ໄດ້ຄັດສະເໜີຄຳເວົ້າຂອງທ່ານ Dmitri Peskov ໂຄສົກວັງ Kremlin ໂດຍໃຫ້ຮູ້ວ່າ: ການນຳ ກູບາ ຈະມີການພົບປະເຈລະຈາກັບທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin ເພື່ອປຶກສາຫາລືກ່ຽວກັບບັນດາແງ່ຫວັງໃນການພັດທະນາຮ່ວມມືຍຸດທະສາດ 2 ຝ່າຍໃນຫລາຍຂົງເຂດ, ພິເສດແມ່ນການຮ່ວມມືດ້ານເຕັກນິກ - ການທະຫານ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກ.

        ນີ້ແມ່ນການຢ້ຽມຢາມ ລັດເຊຍ ຄັ້ງທຳອິດຂອງທ່ານ Miguel Diaz-Canel ດ້ວຍຖານະຕຳແໜ່ງເປັນຜູ້ນຳປະເທດ ກູບາ. ລັດເຊຍ ກໍ່ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານຢູ່ບັນດາປະເທດ ເອີຣົບ ແລະ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ