ປະ​ທານ ສີ​ຈີ້ນ​ຜິງ ຍົກ​ອອກ 3 ຫຼັກ​ການ​ກຳ​ນົດ​ທິດ​ການ​ພົວ​ພັນ​ລະ​ຫວ່າງ ຈີນ - ອາ​ເມ​ລິ​ກາ ປີ 2024

(VOVWORLD) -  ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບໃນວັນທີ 02 ເມສາ. ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງປະເທດ ນັບແຕ່ພາຍຫຼັງກອງປະຊຸມພົບປະສຸດຍອດເຊິ່ງໄດ້ຈັດຂຶ້ນຢູ່ California, ອາເມລິກາ ເມື່ອເດືອນ ພະຈິກ ປີ 2023.
ປະ​ທານ ສີ​ຈີ້ນ​ຜິງ ຍົກ​ອອກ 3 ຫຼັກ​ການ​ກຳ​ນົດ​ທິດ​ການ​ພົວ​ພັນ​ລະ​ຫວ່າງ ຈີນ - ອາ​ເມ​ລິ​ກາ ປີ 2024 - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖືວ່າ ການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະມໍ່ໆມານີ້ ມີທ່າອ່ຽງເປັນປົກກະຕິ, ແຕ່ຍັງມີບັນດາປັດໄຈທາງລົບເພີ່ມຂຶ້ນ, ອັນໄດ້ “ຮຽກຮ້ອງຕ້ອງມີຄວາມເອົາໃຈໃສ່ຈາກທັງສອງຝ່າຍ”. ທ່ານສີຈີ້ນຜິງ ຖືວ່າ ສອງປະເທດໃຫຍ່ຄື ຈີນ ແລະ ອາເມລິກາ ບໍ່ຄວນເຮັດໃຫ້ສາຍພົວພັນຖືກຕັດຂາດ, ຊ້ຳບໍ່ໜຳບໍ່ຄວນປະໃຫ້ເກີດການປະທະກັນ, ສູ້ຢັນກັນ, ຫາກຕ້ອງມີຄວາມເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມດຳລົງຊີວິດຢ່າງມີສັນຕິພາບ ແລະ ຮ່ວມມືພ້ອມກັນໄຊຊະນະ, “ສືບຕໍ່ມຸ່ງໄປສູ່ທາງໜ້າຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງ, ແທນທີ່ຈະສູ້ຢັນກັນ”. ການນຳ ຈີນ ກໍໄດ້ຍົກອອກ 3 ຫຼັກການທີ່ປົກຄຸມການກຳນົດທິດການພົວພັນລະຫວ່າງ ຈີນ - ອາເມລິກາ ໃນປີ 2024, ເຊິ່ງລວມມີ: ຕ້ອງຖືຄວາມປອງດອງເປັນສຳຄັນ; ໃຫ້ບຸລິມະສິດແກ່ການຮັກສາສະຖຽນລະພາບ ແລະ ເຊີດຊູຄວາມໄວ້ເນື້ອເຊື່ອໃຈກັນ.

        ກ່ຽວກັບບັນຫາ ໄຕ້ຫວັນ, ທ່ານປະທານປະເທດ ຈີນ ຮຽກຮ້ອງໃຫ້ ອາເມລິກາ ຫັນຄຳໝັ້ນສັນຍາບໍ່ສະໜັບສະໜູນ  “ໄຕ້ຫວັນເອກະລາດ” ຂອງທ່ານປະທານາທິບໍດີ Joe Biden ໃຫ້ເປັນການກະທຳລະອຽດ. ກ່ຽວກັບບັນດາມາດຕະການຂອງ ອາເມລິກາ ທີ່ສຸມໃສ່ການຄ້າ ແລະ ເຕັກໂນໂລຢີ, ທ່ານ ສີຈີ້ນຜິງ ຖະແຫຼງວ່າ ຈີນ ຍາມໃດກໍຈະເປີດກວ້າງປະຕູ ຖ້າຫາກວ່າ ອາເມລິກາ ພ້ອມແລ້ວທີ່ຈະຊອກຫາການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ກົງກັນຂ້າມ, ຖ້າຫາກວ່າ ອາເມລິກາ ຢຶດໝັ້ນສະກັດກັ້ນການພັດທະນາເຕັກໂນໂລຢີສູງ ແລະ ປົດສິດພັດທະນາອັນຊອບທຳຂອງ ຈີນ, ປັກກິ່ງ “ຈະບໍ່ນັ່ງຢູ່ເສີຍໆ”.

ນັກຂ່າວ VOV ປະຈຳ ຈີນ ແລະ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ