ປະທານ ສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນ ຖະຫວາຍທູບທຽນບູຊາ ຢູ່ 3 ແຍກດົງໂລກ

ປະທານ ສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນ ຖະຫວາຍທູບທຽນບູຊາ ຢູ່ 3 ແຍກດົງໂລກ - ảnh 1
ທ່ານ​ຫງວຽນ​​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ 3 ແຍກ​ດົງ​ໂລກ


(vovworld​) - ຕອນ​ເຊົ້າ​ວັນ​ທີ 22/7, ທ່ານ​ຫງວຽນ​​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ 3 ແຍກ​ດົງ​ໂລກ. ທ່ານ​ຫງວຽນ​ຖ​ທ້ຽນ​ເຍີນ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ໜ້າ​ການ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງ​ວິ​ລະ​ສັດ​ຕີ 10 ຄົນ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ ແລະ ທ້ອນ​ໂຮ​ມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ພາຍຫຼັງ​ພິ​ທີ ຖະ​ຫວາຍ​ທູບ​ທຽນ​ບູ​ຊາ, ທ່ານ​ຫງວຽນ​​ທ້ຽນ​ເຍີນ ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ແມ່​ຍິງ 5 ຄົນໃນ​ຈຳ​ນວນ​ຊາວ​ໜຸ່ມ​ຕະ​ລຸມບອນ​ຍິງ 10 ຄົນທີ່​ໄດ້ ເສຍ​ສະຫຼະ​ຊີ​ວິດ​​ຢູ່ 3 ແຍກ​ດົງ​ໂລກ. ທ່ານ​ຫງວຽນ​​ທ້ຽນ​ເຍີນໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ເສຍ​ສະຫຼະ​ເລືອດ​ເນື້ອ​ຂອງຊາວ​ໜຸ່ມ​ຕະ​ລຸມບອນລຸ່ນ​ຕ່າງໆ​ໃນ​ຕະຫຼອດ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຕໍ່​ສູ້​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ