ປະ​ທານ ອາ​ຊຽນ 2022 - ກ​ຳ​ປູ​ເຈຍ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ COC

(VOVWORLD) -ລັດຖະບານ ກຳປູເຈຍ ຈະຫາວິທີເພີ່ມທະວີບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາກ່ຽວກັບພູມສາດດ້ານການເມືອງທີ່ຫາກໍພົ້ນເດັ່ນຂຶ້ນ ແລະ ການປະທະກັນດ້ານຍຸດທະສາດ ເພື່ອແນໃສ່ຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.
ປະ​ທານ ອາ​ຊຽນ 2022 - ກ​ຳ​ປູ​ເຈຍ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ COC - ảnh 1ການຖະແຫຼງຂ່າວກ່ຽວກັບບຸລິມະສິດຂອງ ກຳປູເຈຍ ໃນບົດບາດເປັນປະທານ ອາຊຽນ 2022

    ໃນນາມເປັນປະທານ ອາຊຽນ ໃນປີ 2022, ຜູ້ນຳໜ້າຄະນະຜູ້ແທນການຕ່າງປະເທດ ກຳປູເຈຍ ໄດ້ຖະແຫຼງວ່າ ລັດຖະບານ ກຳປູເຈຍ ຈະຫາວິທີເພີ່ມທະວີບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາກ່ຽວກັບພູມສາດດ້ານການເມືອງທີ່ຫາກໍພົ້ນເດັ່ນຂຶ້ນ ແລະ ການປະທະກັນດ້ານຍຸດທະສາດ ເພື່ອແນໃສ່ຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

        ທີ່ການຖະແຫຼງຂ່າວກ່ຽວກັບບຸລິມະສິດຂອງ ກຳປູເຈຍ ໃນບົດບາດເປັນປະທານ ອາຊຽນ 2022 ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໃນວັນທີ 29 ທັນວາ 2021, ທ່ານ Prak Sokhon, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ຢັ້ງຢືນວ່າ ກຳປູເຈຍ ຈະເພີ່ມທະວີລັດທິຫຼາຍຝ່າຍ, ຄວາມດຸ່ນດ່ຽງ ແລະ ອີງໃສ່ກົດໝາຍສາກົນ.

        ຕໍ່ໜ້າສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Prak Sokhon ຢັ້ງຢືນວ່າ, ການລົງນາມ ແລະ ນຳໃຊ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແມ່ນຄວາມຕ້ອງການທີ່ຈຳເປັນ. ພ້ອມດຽວກັນນັ້ນ, ກຳປູເຈຍ ກໍຈະຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງເອກະສານຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

        ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ