ປະທານ ແນວໂຮມປະເທດຊາດ ເຮັດວຽກກັບສະມາຄົມປົກປ້ອງຄົນພິການ

ປະທານ ແນວໂຮມປະເທດຊາດ  ເຮັດວຽກກັບສະມາຄົມປົກປ້ອງຄົນພິການ - ảnh 1
ທ່ານ Huynh Dam ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກກຳພ້າ
ພາບ:internet
(vovworld) -  ວັນ​ທີ 1/6,  ຢູ່ ຮ່າ​ໂນ້ຍ, ທ່ານ Huynh Damປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ ​ໄດ້​ລົງ​ເຮັດ​ວຽກ​ກັບ​ສະມາຄົມ​ປົກ​ປ້ອງ​ຄົນ​ພິການ ​ແລະ​ ​ເດັກ​ກຳພ້າ ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ Huynh Dam ​ເນັ້ນ​ຫນັກ​ວ່າ: ບັນດາ​ໝາກຜົນ​ຊຶ່ງ​ສະມາຄົມ​ປົກ​ປ້ອງ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ຫວຽດນາມ ຍາດ​ມາ​ໄດ້​ໃນ 20 ປີ ຜ່ານ​ມາ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ພ້ອມ​ທັງ​ນຳ​ມາ​ຊຶ່ງ​ຄວາມ​ມ່ວນ​ຊື່ນ ​ແລະ ຄວາມ​ຜາ​ສຸກ​ໃຫ້​ແກ່​ຄົນ​ພິການ​ ​ແລະ ​ເດັກ​ກຳພ້າ. ທ່ານ​ປະທານ​ຄະນະ​ກຳມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສະ​ເຫ​ນີວ່າ: ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ດັ່ງກ່າວ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ, ​ເບິ່ງ​ແຍງ​ດູ​ແລ​ຄົນ​ພິກ​ານ ​ແລະ ​ເດັກ​ກຳພ້າ​ໃຫ້​ດີ​ກວ່າ​ເກົ່າ. ຄຽງ​ຄູ່​ກັນ​ນັ້ນ ສະມາຄົມ​ຄວນ​ຍູ້​ແຮງ​ວຽກ​ງານ​​ເຜີຍ​ແຜ່ບັນດາແຜນ​ນະ​ໂຍບາຍ, ​ແນວທາງ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ ​​ໃຫ້​ແກ່​ຄົນ​ພິການ ​ແລະ ​ເດັກ​ກຳພ້າ.
ຂ່າວ/ບົດ​ອື່ນ