ປະທານECກ່າວເຕືອນອາດຈະບໍ່ບັນລຸໄດ້ຂໍ້ຕົກລົງຮັກສາອັງກິດຢູ່ໃນອີຢູ

ປະທານECກ່າວເຕືອນອາດຈະບໍ່ບັນລຸໄດ້ຂໍ້ຕົກລົງຮັກສາອັງກິດຢູ່ໃນອີຢູ - ảnh 1
ທ່ານ Donald Tusk ປະທານສະພາ​ ເອີ​ລົບ
(ພາບ: ndtv.com)

(vovworld) – ​ ວັນ​ທີ 17/02, ປະທານສະພາ​ ເອີ​ລົບ (EC) ທ່ານ Donald Tusk ຍົກ​ອອກ​​ຄຳ​ກ່າວ​ເຕືອນທີ່​ວ່າ ​ບໍ່​ທັນ​ຮັບປະກັນ​ໄດ້​ວ່າ ບັນດາ​ການ​ນຳ EU ອາດ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ຮັກສາ ອັງກິດ ຢູ່​ຄືນ “ຊາຍ​ຄາ​ລວມ” Eurozone, ​ໂດຍ​ລະອຽດ, ​ໃນ​ຈົດໝາຍ​ສົ່ງ​ໃຫ້ການ​ນຳ 28 ປະ​ເທດ​ເປັນ​ສະມາຊິກ ອີ​ຢູ, ທ່ານ Donald Tusk ​ໃຫ້​ຮູ້​ວ່າ: ພາຍຫລັງ​ບັນດາ​ການທາ​ບທາມ​ຄວາມ​ເຫັນ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຊຶ່ງ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 18 – 19/02, ບໍ່​ມີ​ຫຍັງ​ຮັບປະກັນ​ຢ່າງ​ແນ່ນອນ​ ກ່ຽວ​ກັບ​ເລື່ອງ ອີ​ຢູ ຈະ​ບັນລຸ​​ໄດ້​ຂໍ້​ຕົກລົງ​ກັບ ລອນ​ດອນ, ​ເຖິງ​ວ່າ ອີ​ຢູ ຍາມ​ໃດ​ກໍ່​ຮັກສາທ່າ​ທີ່ກໍ່ສ້າງສັນ, ​ແຕ່​​ຕາມ​ທ່ານ Tusk ​ແລ້ວ, ປະຈຸ​ບັນ 2 ຝ່າຍຍັງ​ມີ​ຄວາມ​ແຕກ​ຕາງ​ກັນຫລາຍ​ຢ່າງ ​ເຊິ່ງກ່ຽວຂ້ອງ​ເຖິງ​ບາງ​ບັນຫາ​ດ້ານ​ການ​ເມືອງ ຍາກ​ທີ່​ຈະ​ຜ່ານ​ຜ່າ​ໄດ້. ​

ຂ່າວ/ບົດ​ອື່ນ