ປະທານກຳມາທິການ,ທັງເປັນປະທານພັນທະພາບ ສ.ສ.ຊ ມິດຕະພາບຍີປຸ່ນ-ຫວຽດນາມຢ້ຽມຢາມຫວຽດນາມ

ປະທານກຳມາທິການ,ທັງເປັນປະທານພັນທະພາບ ສ.ສ.ຊ ມິດຕະພາບຍີປຸ່ນ-ຫວຽດນາມຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບປະທານ​ພັນທະມິດ​ສະມາຊິກ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ
(ພາບ: TTXVN)

(vovworld) –ຕອນ​ບ່າຍ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ງົບປະມານ​ສະພາ​ຕ່ຳ​ຍີ​ປຸ່ນ ​ໂດຍ​ທ່ານ Nikai Toshihiro ປະທານ​ກຳມາ​ທິການ, ທັງ​ເປັນ​ປະທານ​ພັນທະ​ພາບ ສ.ສ.ຊ ມິດຕະພາບ​ຍີ​ປຸ່ນ-ຫວຽດນາມ​​ເປັນ​ຫົວໜ້າ​ຄະນະ ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ຂອບ​ໃຈ​ລັດຖະບານ, ບັນດາ​ອົງການ​ຍີ​ປຸ່ນທີ່​ໄດ້​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ຄັດຄ້ານ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຢືນຢັນ​ວ່າ ຫວຽດາມ​ໄດ້ ​ແລະ ພວມ​ປະຕິ​ຮູບ​ດ້ານ​ລະບຽບ​ການ, ກົນ​ໄກ​ນະ​ໂຍບາຍ​ເພື່ອ​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ຫຼາຍ​ກ່ວາ​ອີກ ​ໃນ​ນັ້ນ​ມີ​ຍີ​ປຸ່ນ. ກ່ອນ​ໜ້າ​ນັ້ນ, ຕອນເຊົ້າວັນທີ 28/7, ຢູ່ຮ່າໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​​ໃຫ້ກາ​ນຕ້ອນຮັບ​ຄະນະ​ຜູ້ແທນກຳ​ມາທິ​ການ​ງົບປະມານ​ສະພາ​ຕໍ່າ​ຍີ່ປຸ່ນ ​ໂດຍ​ທ່ານ Toshihiro Nikai, ປະທານ​ກຳມາທິການ, ປະທານ​ພັນທະພາບ ສສຊ ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ ​ເປັນ​ຫົວ​ໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຂອບ​ໃຈ​ລັດຖະບານ​ ​ແລະ ປະຊາຊົນຍີ່ປຸ່ນ ທີ່​ສະຫງວນ​ໃຫ້​ຫວຽດນາມ ການ​ຊ່ວຍ​ເຫຼືອ ​ແລະ ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ໂຄງການ ODA. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ຍາມ​ໃດຫວຽດນາມ ກໍ່ຖື​ເປັນ​ສຳຄັນ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຖືກ​ກັບ​ເປົ້າໝາຍ​, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂ​ດ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ການປ້ອງ​ກັນຊາ​ດ, ປ້​ອງກັນ​ຄວາມ​ສະຫງົບ​ອີກ​ດ້ວຍ. ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ຕີລາຄາ​ສູງ​ການ​ສະໜັບ​ສະ​ໜູນ​ຂອງ​ຍີ່ປຸ່ນ ບົນ​ເວທີ​ສາກົນ ​ແລະ ປາດ​ຖະໜາ​ວ່າ ພັນທະພາບ ສສຊ ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ ​ແລະ ກຸ່ມ​ ສສຊ ມິດຕະພາບ​ລະຫວ່າງ 2 ປະ​ເທດ ສືບ​ຕໍ່​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ ປະກອບສ່ວນ​ນຳ​ການ​ພົວພັນ​ຍຸດ​ທະ​ສາດ​ໃຫ້​ພັດທະນາ​ຢ່າງຮອບດ້ານ, ມີ​ປະສິດທິ​ຜົນ. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ​ໃນ​ພາກ​ພື້ນ, ກໍ່​ຄື​ການ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ