ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຕ້ອນຮັບກອງທະຫານເຮືອ ອາເມລິກາ

(VOVWORLD) - ທ່ານ ພົນເຮືອເອກ Philip G. Sawyer ໃຫ້ຮູ້ວ່າ:ການຢ້ຽມຢາມ ດ່ານັ້ງ ຄັ້ງນີ້ ຂອງຄະນະບໍ່ພຽງແຕ່ມີຄວາມໝາຍສຳລັບທະຫານເຮືອ 2
ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຕ້ອນຮັບກອງທະຫານເຮືອ ອາເມລິກາ - ảnh 1 ທ່ານ ຮີ່ງດືກເທີ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ແລະ ທ່ານ ພົນເຮືອຕີ Philip G. Sawyer, ຜູ້ບັນຊາການກອງເຮືອຮົບ 7

ຕອນຄ່ຳວັນທີ 5 ມີນາ, ພາຍຫຼັງທີ່ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ, ເລີ່ມຕົ້ນການຢ້ຽມຢາມມິດຕະພາບນະຄອນ ດ່ານັ້ງ ແຕ່ວັນທີ 5 – 9 ມີນາ, ທ່ານ ພົນເຮືອຕີ Philip G. Sawyer, ຜູ້ບັນຊາການກອງເຮືອຮົບ 7, ກອງເຮືອຮົບ ປາຊີຟິກ ອາເມລິກາ , ພ້ອມກັບຜູ້ບັນຊາກຸ່ມກ່ຳປັ່ນທະຫານເຮືອ ອາເມລິກາ ເຂົ້າຢ້ຽມຂ່ຳນັບ ການນຳນະຄອນ ດ່ານັ້ງ. ທ່ານ ພົນເຮືອເອກ Philip G. Sawyer ໃຫ້ຮູ້ວ່າ:ການຢ້ຽມຢາມ ດ່ານັ້ງ ຄັ້ງນີ້ ຂອງຄະນະບໍ່ພຽງແຕ່ມີຄວາມໝາຍສຳລັບທະຫານເຮືອ 2 ປະເທດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນເພີ່ມພູນຄູນສ້າງການພົວພັນທີ່ພວມພັດທະນາຢ່າງຈົບງາມລະຫວ່າງ 2 ປະເທດ ອີກດ້ວຍ. ທ່ານ ຮີ່ງດືກເທີ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ: ໃນ 10 ປີຜ່ານມາ, ນະຄອນ ດ່ານັ້ງ ໄດ້ຍູ້ແຮງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ອາເມລິກາ. ພິເສດໃນເວລາ 3 ປີມານີ້, ນະຄອນ ດ່ານັ້ງ ໄດ້ຮັບແຂກ ອາເມລິກາ ຫຼາຍທ່ານກໍ່ຄືບັນດາກ່ຳປັ່ນທະຫານເຮືອຂອງ ອາເມລິກາ ມາຢ້ຽມຢາມທ້ອງຖິ່ນ ເປັນຈຳນວນຫຼວງຫຼາຍ:

        “ອາເມລິກາ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືລາຍໃຫຍ່ ກ່ຽວກັບການລົງທຶນໂດຍກົງກໍ່ຄື ODA ໃຫ້ແກ່ນະຄອນ ດ່ານັ້ງ. ກ່ຽວກັບການລົງທຶນໂດຍກົງນັ້ນ, ປະຈຸບັນ ມີທັງໝົດເກືອບ  50 ໂຄງການຂອງບັນດາວິສາຫະກິດ ອາເມລິກາ, ດ້ວຍຍອດຈຳນວນການລົງທຶນກ່ວາ 500 ລ້ານ USD. ການເຄື່ອນໄຫວການຄ້າ ສົ່ງອອກ ນຳເຂົ້າ ລະຫວ່າງ ດ່ານັ້ງ ແລະ ອາເມລິກາ ກໍ່ດີພໍສົມຄວນເມື່ອທຽບໃສ່ປະເທດອື່ນໆ.”

ຕອບກັບ

ຂ່າວ/ບົດ​ອື່ນ