ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ເຮັດວຽກກັບ ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້

ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ເຮັດວຽກກັບ ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ - ảnh 1
ທ່ານປະທານ Huynh Dam ເຮັດ​ວຽກ​ກັບນະຄອນເກີນ​ເທີ
( ພາບ: canthotv.vn )


( vovworld ) -   ວັນ​ທີ 12/6, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳ​ມະ​ການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໂດຍ​ທ່ານປະທານ Huynh Dam ນຳ​ໜ້າ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້​ແລະ ນະຄອນເກີນ​ເທີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Huynh Dam ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ, ທີ່​ຕັ້ງ​ຂອງ​ຄະນະຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ຕໍ່​ການ​ພັດ​ທະນາ​ຂອງ​ບັນດາ​ແຂວງ, ນະຄອນ​​ໃນເຂດ​ທົ່ງພຽງແມ່​ນ້ຳຂອງ. ທ່ານ Huynh Dam ກໍ​ສະ​ເໜີ​ໃຫ້ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ພ້ອມ​ກັບແນວ​ໂຮມ​ປະ​ເທດ​ຊາດ​ບັນດາ​ແຂວງ ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ຫັນ​ບັນດາ​ຮູບ​ແບບ​ເຕົ້າ​ໂຮມ​ປະຊາຊົນເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ ພ້ອມ​ກັນ​ນັ້ນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ກຳປູ​ເຈຍ. ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ປະຊາຊົນ​ທຸກຊັ້ນ​ວັນ​ນະ,​ ປຸກລະດົມ​ຂະ​ບວນການ​ແຂງ​ຂັນ​ຮັກ​ຊາດ​ໃນ​ໝູ່​ປະຊາຊົນ, ຕອບສະ​ໜອງ​ບັ້ນ​ຂົນຂວາຍ “ ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ ” ​ແລະ “ ວັນ​ເພື່ອ​ຄົນ​ທຸກ​ຍາກ ”. ​​ໃນ​ການເຮັດ​ວຽກ​ກັບ​ຜູ້​ປະຈຳການ​ຄະນະ​​ເລຂາພັກ​ນະຄອນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເກີນ​ເທີ,​ ທ່ານ​ປະທານ Huynh Dam ​ຖື​ວ່າ ​ດ້ວຍ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຂອງ​ເຂດ​​ຕາ​ເວັນ​ຕົກ​ພາກ​​ໃຕ້, ເກີນ​ເທີ ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ສິດ​ ​ແລະ ຜົນ​ປະ​ໂຫຍ​ດໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າ, ສາສະໜາ, ພິ​ເສດ​ແມ່ນ​ປະຊາຊົນ​ທີ່​ທຸກ​ຍາກ, ສືບ​ຕໍ່​ສົມທົບ​ກັນ​ຍູ້​ແຮງ​ຂະ​ບວນການ​ແຂງ​ຂັນ​ຮັກຊາ​ດຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ພັດທ​ະນາ​ເສດຖະກິດ, ສັງຄົມ​ຂອງ​ນະຄອນ.

ຂ່າວ/ບົດ​ອື່ນ