ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໄປຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ ປະ​ທານ​ສະ​ພາບໍ​ລິ​ຫານງານສະ​ມາ​ຄົ​ມ​ພ​ຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດ ປີໃໝ່ ສາກົນ 2020 ແລະ ບຸນເຕັດ ປີ ຊວດ, ຕອນບ່າຍວັນທີ  2 ມັງກອນ, ທ່ານເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ ພະມະຫາອາຈານ ທິກຖ້ຽນເຍິນ, ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ວັດ ມິງດ້າວ, ນະຄອນ ໂຮ່ຈີມິນ.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໄປຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ ປະ​ທານ​ສະ​ພາບໍ​ລິ​ຫານງານສະ​ມາ​ຄົ​ມ​ພ​ຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ - ảnh 1ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນປີໃໝ່ ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: TTXVN)

ທ່ານ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຜົນງານທາງດ້ານເສດຖະກິດ - ສັງຄົມທີ່ປະເທດຊາດບັນລຸໄດ້ໃນປີ 2019 ແມ່ນມີການປະກອບສ່ວນອັນຕັ້ງໜ້າຂອງບັນດາພະມາຫາອາຈານ, ພະອາຈານ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນທົ່ວປະເທດ. ໃນຊຸມປີທີ່ຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມໄດ້ຂົນຂວາຍວຽກງານການທຳກຸສົນທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ໄດ້ເປັນຢ່າງດີ.

ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ ປີ 2020 ແມ່ນປີ ປະເທດຊາດຈະຈັດຕັ້ງເຫດການປະຫວັດສາດ, ການເມືອງທີ່ສຳຄັນຫຼາຍຢ່າງ, ທ່ານກໍ່ປາດຖະໜາວ່າ ພະມະຫາອາຈານ ທິກຖ້ຽນເຍິນ, ສະມາຄົມພຸດທະສາສະໜາ ຫວຽດນາມທຸກຂັ້ນພ້ອມກັບ ພະສົງສຳມະເນນພຸດທະສາສະນິກກະຊົນຈະສືບຕໍ່ສະໜັບສະໜູນພັກ, ລັດ ປະຕິບັດບັນດາເຫດການ, ແຜນການ, ເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດ, ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດຊາດໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ.

ແລະຕອນເຊົ້າວັນທີ 3 ມັງກອນ, ທ່ານເຈິ່ນແທັງເໝິນ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມໄປຢ້ຽມຢາມ, ມອບຂອງຂວັນ ຢູ່ໂຮງຮຽນລ້ຽງເດັກກໍາພ້າ ຮວາມາຍ ເກິ່ນເທີີ ແລະ ຄະນະກໍາມະການປະຊາຊົນຕາແສງແທ້ງຊວັນ, ເມືອງ ເຈົາແທ່ງ A, ແຂວງເຮົ້າຢາງ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ