ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນຢ້ຽມຢາມມຽນມາ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນຢ້ຽມຢາມມຽນມາ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ
ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ເຮັດ​ວຽກ​ກັບ ຜູ້​ວ່າການ​ລັດ Yangon
(ພາບ: TTXVN)

(vovworld) – ​ໃນ​ການ​ຢ້ຽມຢາມ​ມິດຕະພາບ ມຽນມາ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ມີ​ການ​ພົບ​ປະກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ພວມລົງທຶນ​ຢູ່​ທີ່ນີ້ ​ແລະ ຜູ້​ຕາງ​ໜ້າບັນ​ດາ​ຄະນະ, ​ຂະ​ແໜງ​ການ​ຄຸ້ມຄອງ​ຂອງ​ປະ​ເທດ​ເຈົ້າພາບ. ວັນ​ທີ 17/3 ຢູ່ Yangon, ​ໃນ​ການ​ພົບ​ປະ​ນີ້, ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ແລກປ່ຽນ​ກັບຝ່າຍ​ ມຽນມາ ​ກ່ຽວ​ກັບ​ບັນດາ​ບົດຮຽນ​ໃນ​ການ​ຄຸ້​ມຄອງ​ການ​ລົງທຶນ​ຈາກຕ່າງປະ​ເທດ​ຢູ່ ຫວຽດນາມ ​ເພື່ອ​ຈາກນັ້ນ ອາດ​​ສາມາດ​ແກ້​ໄຂ​​ໄດ້​ບັນດາ​ຄວາມຫຍຸ້ງ​ຍາ​ກ ​ຊຶ່ງບັນດາ​ວິ​ສາ​ຫະກິດ ​ຫວຽດນາມ ຢູ່ ມຽນມາ ພວມ​ປະ​ເຊີນ​ໜ້າ.

  ​ໃນ​ຂອບ​ເຂດ​ການ​ຢ້​ຽມຢາມ​ຄັ້ງນີ້, ທ່ານ ​ຫງວຽນ​ທ້ຽນ​ເຍີນ ມີ​ການ​ເຮັດ​ວຽກ​ກັບ ຜູ້​ວ່າການ​ລັດ Yangon ​ເພື່ອ​ແນ​ໃສ່​ແນະ​ນຳກ່ຽວ​ກັບ​ບັນດາ​ທ່າ​ແຮງ​ທີ່​ອາດສາມາດ​ຮ່ວມ​ມື​ລົງທຶນ​ກັບ​ຝ່າຍ ມຽນມາ. ກ່ອນ​ໜ້ານັ້ນ, ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​​ໄປຢ້ຽມຢາມ​ໂຄງການ​ສູນ​ການ​ຄ້າປະສົມໂດຍ​ກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ​ລົງທຶນ​ຢູ່ ມຽນມາ, ​ເຊິ່ງມີ​ຍອດ​ມູນ​ຄ່າ 440 ລ້ານ USD. ​ໂຄງການ​ນີ້​ໄດ້​ຮັບຖື​ວ່າ​​ແມ່ນຫຈຸດພົ້ນ​ເດັ່ນ​​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ