ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນອາໄລຫາພົນເອກຫວໍຫງວຽນຢ໋າບ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນອາໄລຫາພົນເອກຫວໍຫງວຽນຢ໋າບ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ​ແລະ ຄະນະ​ປະຕິບັດ​ງານ​​ໄດ້ມາຖະຫວາຍ
​ທູບ​ທຽນ​ດວງ​ວິນ​ຍານທ່ານພົນ​ເອກ​ ຫວໍ​ຫງວຽນ​ຢ໋າບ

(vovworld) - ​​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານຢູ່​ພາກ​ກາງ, ຕອນ​ເຊົ້າ​ວັນ​ທີ 23/7, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ແລະ ຄະນະ​ປະຕິບັດ​ງານ​​ໄດ້ມາຖະຫວາຍ​ທູບ​ທຽນ,​ ອາ​ໄລ​ຫາ​ດວງ​ວິນ​ຍານທ່ານພົນ​ເອກ​ ຫວໍ​ຫງວຽນ​ຢ໋າບ ຢູ່​ຫວຸງຈົ່ວ, ດາວ​ອຽນ, ກວາງ​ບິ່ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽ​ນທ້ຽນ​ເຍີນ ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​ພະນັກງານ, ນັກຮົບ​ກອງ​ປົກ​ປັກ​ຮັກສາ ຫວຸງຈົ່ວ, ປ້ອມ​ປ້ອງ​ກັນຊາ​ຍ​ແດນ Roon, ​ແຂວງ ກວາງ​ບິ່ງ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ​ ເຊື່ອໝັ້ນ​ວ່າ: ບັນດາພະນັກງານ, ນັກຮົບ​ຈະ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັາສາ​ສຸສານຂອງ​ທ່ານ​ພົນ​ເອກ ຫວໍ​ຫງວຽນ​ຢ໋າບ.

ຂ່າວ/ບົດ​ອື່ນ